ສະບາຍດີ🙏ສຳລັບໂພສຕ໌ນີ້ນິດຂໍອະນຸຍາດເປັນກະບອກສຽງຫນຶ່ງອອກມາເວົ້າເພື່ອຂໍຄວາມເປັນທຳໃຫ້ແກ່ສັດ ແລະ ຕໍ່ຕ້ານການກະທຳດັ່ງກ່າວ.ເສື້ອທີ່ບຸກຄົນໃນວິດີໂອນຸ່ງຢູ່ກໍມີໂລໂກຂອງສະຖາບັນທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະເທດຊາດ, ເຊິ່ງອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສະຖາບັນໄດ້.
ອີງຕາມ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບັນຊີສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ສະບັບເລກທີ 08/ນຍ, ລົງວັນທີ 25 ກຸມພາ 2021 .
ລີງເປັນສັດປະເພດຫນຶ່ງທີ່ຖືກລະບຸຢູ່ໃນ ສັດປະເພດທີ່ຫວງຫ້າມ,ມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມ ການນໍາໃຊ້.ສະນັ້ນ, ຈຶ່ງຮຽນສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຊ່ວຍພິຈາລະນາ ແລະ ແກ້ໄຂຕາມສົມຄວນດ້ວຍ.ຫລື ໃຫ້ບຸກຄົນດັ່ງກ່າວ ອອກມາຊີ້ແຈງເຖິງການກະທຳດັ່ງກ່າວຍິ່ງເປັນການດີ. ຫມາຍເຫດ: ໂພສຕ໌ນີ້ບໍ່ໄດ້ມີເຈດຕະນາທີ່ຈະປະຈານໃດໆທັ້ງສິ້ນ.