ຈາກໂພສ Bounthone Sanasinh ເລືື່ອງເລົ່າຈາກຜູ້ໃຊ້ນາມວ່າ ໄຊສົງຄາມ ອີນດວງຈັນທີກ່ຽວກັບການຊື້ປີ້ລົດ LCR ຊິມາເລົ່າປະສົບການຂີ່ລົດໄຟຄັ້ງທຳອິດໃນຖານະຜູ້ໂດຍສານຊື້ປີ້ (ກ່ອນຫນ້ານີ້ ຂີ່ໃນຖານະສື່ມວນຊົນທີ່ຖືກເຊີນ).ການຊື້ປີ້ ໄດ້ມາຢືນຕໍ່ແຖວຢູ່ນອກອາຄານ. ຄົນຫລາຍໆ. ແນະນຳໃຫ້ຖືຄັນຮົ່ມມານຳເດີ ໂດຍສະເພາະຕອນຫລັງທ່ຽງ. ໄປຢືນຖ້າຊື້ປີ້ມື້ນີ້ ຍັງບໍ່ມີແນວບັງແດດໃຫ້ເທື່ອ.
ແຕ່ລະຕູ້ຈະມີບ່ອນນັ່ງພິເສດ 2 ຈຸດທາງກາງ ທີ່ມີໂຕະ ແລະ ປ່ອງຢ້ຽມກວ້າງໆ. ອີກຢ່າງ ທິດທາງຂອງຕັ່ງນັ່ງ ກໍ່ມີເບື້ອງທີ່ຫັນຫນ້າ ແລະ ຫັນຫລັງໄປທິດທາງທີ່ລົດແລ່ນ. ບໍ່ແນ່ໃຈວ່າ ເຮົາສາມາດເລືອກບ່ອນນັ່ງໄດ້ເອງຫລືບໍ່. ລອງຖາມພະນັກງານເບິ່ງ ຕອນເຈົ້າຊື້ປີ້.ກ່ອນຊິເຂົ້າໄປອາຄານ ຈະມີການກວດກາສຳພາລະ. ມື້ນີ້ ເຈລລ້າງມືຂອງຜູ້ໂດຍສານຄົນໜຶ່ງຖືກເຈົ້າໜ້າທີ່ຫ້າມບໍ່ໃຫ້ເອົາຂື້ນລົດໄຟ ເພາະຂະໜາດບັນຈຸເກີນກຳນົດ. ສະນັ້ນ, ຄວນອ່ານຢ່າງລະອຽດວ່າແມ່ນຫຍັງແດ່ທີ່ເພີ່ນຫ້າມບໍ່ໃຫ້ເອົາຂື້ນລົດນຳ (ໄປຊອກອ່ານຢູ່ເພຈລົດໄຟເພີ່ນ)
ຂໍ້ມູນບ່ອນນັ່ງຢູ່ເທິງປີ້ ອາດຈະສັບສົນໜ້ອຍໜຶ່ງ. (ກົດເບິ່ງຢູ່ຮູບປີ້ເພື່ອທຳຄວາມເຂົ້າໃຈ). ມື້ນີ້ ພາກັນແລ່ນໃຕ້ແລ່ນເໜືອຫາຕູ້ແລະບ່ອນນັ່ງຂອງໂຕເອງ.ຢູ່ເທິງລົດໄຟ ຍັງບໍ່ມີພະນັກງານອຳນວຍຄວາມສະດວກເທື່ອ (ສຳລັບຊັ້ນສອງ. ຂ້ອຍບໍ່ແນ່ໃຈວ່າຊັ້ນໜຶ່ງມີຫລືບໍ່). ສະນັ້ນ, ຜູ້ໂດຍສານຕ້ອງໄດ້ດູແລໂຕເອງ ແລະ ເຂົ້າຂອງສຳພາລະ ລວມທັງການຮັກສາມາດຕະການເລື່ອງໂຄວິດ-19 ກໍ່ຕ້ອງໄດ້ເບິ່ງແຍງໂຕເອງ.ບໍ່ມີການເສີບ ຫລື ຂາຍອາຫານ ເຄື່ອງດື່ມໃດໆ. ສະນັ້ນ, ທ່ານຄວນກະກຽມເຂົ້ານໍ້າ (ອາດຈະເປັນເຂົ້າໜົມກິນຫລິ້ນ – ບໍ່ເຖິງຂັ້ນ ປີ້ງໄກ່ ຕຳໝາກຫຸ່ງ….) ໄປກິນນຳທາງເອົາ (ຢູ່ເທິງລົດໄຟ ມີນໍ້າຮ້ອນ ນໍ້າເຢັນໃຫ້ກົດເອົາໄດ້ – ຄິດວ່າ).
ຢູ່ສະຖານີອື່ນ (ນອກຈາກສະຖານີນະຄອນຫລວງວຽງຈັນ) ຍັງບໍ່ມີຮ້ານຫລືຕູ້ຂາຍເຄື່ອງດື່ມ, ເຂົ້າໜົມ, ອາຫານການກິນເທື່ອ. ສະຖານີສ່ວນໃຫຍ່ ກໍ່ຕັ້ງຢູ່ຫ່າງຈາກຕົວເມືອງ, ບໍ່ທັນມີຫ້າງຮ້ານຫຍັງມາເປີດໃຫ້ບໍລິການ.ສຳລັບຄົນທີ່ຢາກຂື້ນລົດໄຟແບບໄປຮອດແລ້ວກໍ່ກັບພາຍໃນມື້ດຽວ, ກໍ່ຢ່າລືມຖືສະບຽງອາຫານງ່າຍໆໄປນຳ (ແຕ່ຂ້ອຍບໍ່ແນ່ໃຈວ່າອາຫານ ຫລື ເຂົ້າໜົມເພີ່ນຫ້າມເອົາຂື້ນລົດໄຟໄປຫລືບໍ່. ແຕ່ຢ່າງໜ້ອຍ ຢ່າລືມນໍ້າດື່ມ ຫລື ກະບອກນໍ້າ). ສະຖານີນະຄອນຫລວງວຽງຈັນ ກໍ່ຕັ້ງຢູ່ໄກຈາກຕົວເມືອງຫລາຍ ແຖມຍັງບໍ່ທັນມີບໍລິການລົດຮັບ-ສົ່ງຜູ້ໂດຍສານເທື່ອ (ຕາມສັງເກດ).
ສະນັ້ນ, ຖ້າຢາກຂີ່ລົດໄຟ ມາລົງເລາະຖ່າຍຮູບຢູ່ປະຕູໄຊ ຫລື ໄປຊ໋ອບຢູ່ວຽງຈັນເຊັນເຕີ້ ກໍ່ຕ້ອງຄິດເຜື່ອວ່າ ຊິເດີນທາງຈາກສະຖານີ ເຂົ້າມາໃນເມືອງໄດ້ແນວໃດ.
ລົດໄຟແລ່ນຜ່ານອຸໂມງຫລາຍສົມຄວນ. ທຸກຄັ້ງທີ່ມັນແລ່ນຜ່ານ ຈະເຮັດໃຫ້ຮູ້ສຶກເຈັບຫູຫນ້ອຍຫນຶ່ງ. ບໍ່ແນ່ໃຈວ່າ ຄັນໃສ່ຫູຟັງ ຈະຊ່ວຍໄດ້ຫລືບໍ່. ລອງຖືໄປນຳ ເອົາໄວ້ຟັງເພງພ້ອມ.ບ່ອນນັ່ງສະດວກສະບາຍ ມີບ່ອນສຽບໄຟ. ສາມາດຖືຄອມໄປນັ່ງເຮັດວຽກນຳສະບາຍ.
ແອເທິງລົດເຢັນພໍສົມຄວນ. ອາກາດຢູ່ແຂວງທາງພາກເຫນືອກໍ່ຫນາວ ໄລຍະນີ້. ຢ່າລືມຖືເສື້ອກັນຫນາວໄປນຳເດີ.ລົດໄຟບໍ່ໄດ້ຈອດທຸກສະຖານີ. ສອບຖາມໃຫ້ແນ່ໃຈວ່າລົດໄຟຈະຈອດຢູ່ສະຖານີທີ່ຕົນເອງຊິໄປຫລືບໍ່. ມື້ນີ້ ມີຜູ້ໂດຍສານຈຳນວນໜຶ່ງຊື້ປີ້ຈາກນະຄອນຫລວງ-ຫລວງພະບາງ ແຕ່ ຊິພາກັນໄປລົງຢູ່ ວັງວຽງ. ແຕ່ປະກົດວ່າ ລົດໄຟບໍ່ຈອດຢູ່ສະຖານີວັງວຽງຕອນຂາໄປ ແຕ່ມັນຈອດຕອນຂາກັບ (ຫລວງພະບາງ-ນະຄອນຫລວງວຽງຈັນ). ກວດເຊັກໃຫ້ດີ ຈັ່ງຊິບໍ່ເສຍເວລາ.
ປີ້ຄວນເກັບຮັກສາໄວ້ຕະຫລອດເດີ. ເພີ່ນຈະກວດປີ້ ຕອນເຂົ້າສະຖານີ ແລະ ຕອນຊິອອກຈາກສະຖານີ (ທຳອິດແອບງົງວ່າ ເປັນຫຍັງເພີ່ນຈິ່ງກວດປີ້ອີກຄັ້ງ ຕອນຜູ້ໂດຍສານຊິອອກຈາກສະຖານີ).ແກ້ຂໍ້ມູນ ເພີ່ນກວດ ເພື່ອໃຫ້ແນ່ໃຈວ່າ ເຈົ້າຊື້ປີ້ເພື່ອລົງສະຖານີນັ້ນແທ້ຫລືບໍ່. ຖ້າຊື້ປີ້ວັງວຽງ ແຕ່ໄປລົງຢູ່ຫລວງພະບາງ ກໍ່ຕ້ອງໄດ້ຈ່າຍເພີ່ມ.
ລວມໆແລ້ວ ໄລຍະນີ້ ອີ່ຫຍັງກໍ່ຍັງໃໝ່ ທັງເລື່ອງລະບົບຈັດການ, ການບໍລິການ, ສິ່ງອຳນວຍຄວາມສະດວກ ສະນັ້ນ, ຢ່າຄາດຫວັງຫຍັງຫລາຍ. ທີ່ສຳຄັນ ຄົນຍັງແອອັດກັນພໍສົມຄວນ. ໃຜທີ່ມີຄວາມກັງວົນເລື່ອງພະຍາດໂຄວິດ, ແນະນຳໃຫ້ຖ້າອີກໄລຍະໜຶ່ງກ່ອນ.
Source: First Train Voyager