ສອງສ່ຽວກໍ່ເຫ ດລັກລົດຈັກ ໄປບໍ່ລອດ

0
469

ສອງສ່ຽວກໍ່ເຫ ດລັກລົດຈັກ ໄປບໍ່ລອດ

ເວລາ ປະມານ 10 ໂມງ 30ນາທີ ວັນທີ 7 ທັນວາ 2021 ປກສ ກຸ່ມ I ເພຍວັດ ກອງບັນຊາການ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າ:ມີຄົນຮ້າຍລັກຊັບ ຈຳນວນ 2 ຄົນ ຢູ່ຮ້ານແມັງໂກ້ ບ້ານສະພານທອງເໜືອ ເມືອງສີສັດຕະນາກ ນວ.

ພາຍຫຼັງໄດ້ຮັບແຈ້ງ ພັທ ບຸນທະວີ ແສງປະທຸມວັນ ຫົວໜ້າ ປກສ ກຸ່ມ ໄດ້ສົມທົບກັບການຈັດຕັ້ງບ້ານສະພານທອງເໜືອ ແກ້ໄຂເຫດການຄົນຮ້າຍລັກຊັບຈັບໄດ້ 2 ຄົນຢູ່ບໍລິເວນຮ້ານແມັງໂກ້ ແລ້ວນຳຕົວພວກກ່ຽວມາສອບສວນ ຊາບຊື່ພາຍຫຼັງ ທ້າວ ທອນ ອາຍຸ 39 ປີ ກຳມະກອນ ແລະ ທ້າວ ຕູ່ ອາຍຸ 37 ປີ

ທັງສອງຢູ່ບ້ານຮ່ອງໄກ່ແກ້ວ ເມືອງຈັນທະບູລີ ນວ ພວກກ່ຽວຮັບສາລະພາບວ່າ: ໄດ້ເຂົ້າລັກເອົາດອກໄຟສອງດອກ, ປັກສຽບ 4 ປັກ, ເບຼກເກີ 2 ອັນ ຢູ່ຮ້ານແມັງໂກ້ແທ້.
ປັດຈຸບັນໄດ້ນຳຕົວພວກກ່ຽວສົ່ງໃຫ້ ກອງບັນຊາການ ປກສ ເມືອງສີສັດຕະນາກ ມາດຳເນີນຄະດີຕາມກົດໝາຍ.