ຖືກດັດສ້າງມາແລ້ວ 2 ຄັ້ງ ຍ້ອນກໍ່ເຫດ ອາລະວາດຄອບຄົວ ແຕ່ບໍ່ເຂັດຫຼາບ

0
744

ຖືກດັດສ້າງມາແລ້ວ 2 ຄັ້ງ ຍ້ອນກໍ່ເຫດ ອາລະວາດຄອບຄົວ ແຕ່ບໍ່ເຂັດຫຼາບ ທ້າວ ສົມບັດ ອາຍຸ 20 ປີ ປະຊາຊົນ ບ້ານສາຍນໍ້າເງິນ ເມືອງໄຊທານີ ນວ, ໃນວັນທີ 8 ທັນວາ 2021, ຜູ້ກ່ຽວໄດ້ກໍ່ເຫດອາລະວາດຄອບຄົວ ຢູ່ບ້ານສາຍນໍ້າເງິນ, ຖືກເຈົ້າໜ້າທີ່ກັກຕົວ ດໍາເນີນຄະດີ. ຜ່ານມາເຄີຍເສບຢາເສບຕິດ (ຢາບ້າ) ແລ້ວອາລະວາດຄອບຄົວ ແລະ ຖືກສົ່ງຕົວໄປດັດສ້າງມາແລ້ວ 2 ຄັ້ງ.

ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນວ ໄດ້ສົມທົບກັບອໍານາດການປົກຄອງບ້ານສາຍນໍ້າເງິນ ຈັບຕົວຜູ້ກ່ຽວສົ່ງໃຫ້ ກອງບັນຊາການ ປກສ ເມືອງໄຊທານີ ດໍາເນີນຄະດີ. ຜ່ານການສອບສວນເບື້ອງຕົ້ນ ຜູ້ກ່ຽວໄດ້ຮັບສາລະພາບວ່າ: ຕົນໄດ້ພົວພັນເສບຢາເສບຕິດ (ຢາບ້າ) ແລ້ວອາລະວາດຄອບຄົວ ມາແຕ່ປີ 2013, ຖືກສົ່ງໄປດັດສ້າງຢູ່ສູນປິ່ນປົວ ແລະ ຝຶກວິຊາຊີບ ຜູ້ຕິດຢາເສບຕິດ ແລະ ຄ້າຍຄຸມຂັງດັດສ້າງ ປກສ ນະຄອນຫຼວງວຽງຈັນ, ຫຼັງຈາກຖືກດັດສ້າງແລ້ວ ຕົນກໍໄດ້ຢຸດເຊົາ ຈາກຢາເສບຕິດ. ມາຮອດວັນທີ 8 ທັນວາ 2021 ໄດ້ກໍ່ເຫດອາລະວາດຄອບຄົວອີກ ຈິ່ງຖືກເຈົ້າໜ້າທີ່ຈັບຕົວ.