ທີມຊາດລາວ ລົງສະໜາມນັດທີ 2 ຂອງການແຂ່ງຂັນບານເຕະ AFF SUZUKI CUP 2020 ພົບກັບ ມາເລເຊຍ ໃນວັນທີ 9 ທັນວາ 2021 ທີ່ປະເທດສິງກະໂປ ເວລາ 16:30 ໂມງ, ນັດດັ່ງກ່າວ ທີມຊາດລາວ ປັບແຜນໜ້ອຍໜຶ່ງຈາກນັດທີພົບກັບ ຫວຽດນາມ ມາໃຊ້ໃນນັດນີ້ ໂດຍໃຊ້ກອງຫຼັງ 5 ຄົນ ແຕ່ໃຊ້ກອງຫຼັງດ້ານຊ້າຍ ແລະ ດ້ານຂວາ ຫຍັບຂຶ້ນກາງເຕີມຫຼາຍຂຶ້ນ ສ່ວນອີກທັງສອງຂ້າງໃຊ້ສຸກອາພອນ ກັບ ບຸນພະຈັນ ແລະ ໜ້າເປົ້າໃຊ້ ບິລລີ ເກດແກ້ວພົມພອນ. ຂະນະທີ່ ແດນກາງໃຊ້ ພຸດທະໄຊ ໂຄຈະເລີນ ປະສານງານຮ່ວມກັບ ມະໂນລົມ.
ຜ່ານການແຂ່ງຂັນປາກົດວ່າ: ໃນຕົ້ນເກມທີມຊາດລາວ ເຮັດໄດ້ດີ ແລະ ຄອງເກມໄດ້ດີກວ່າ ເຊິ່ງກໍມີໂອກາດຍິງຈາກ ບິລລີ ແຕ່ບໍ່ດີພໍທີ່ຈະເປັນປະຕູ ກ່ອນທີ່ຈະມາເຖິງນາທີໆ 7 ມາເລເຊຍ ໄດ້ປະຕູຂຶ້ນນໍາຈາກ SAFAWI RASID ນາທີໆ 7. ຫຼັງຈາກນັ້ນ ທີມຊາດລາວ ກໍພະຍາຍາມຄອງເກມໄດ້ດີ ແລະ ບຸກແຕ່ເສຍບ້ານໜ້າເຂດໂທດມາເລເຊຍ ກ່ອນຈະມາເສຍປະຕູທີ 2 ນາທີໆ 34 ຈາກລູກເປີດເຂົ້າເຂດໂທດແລະ ເປັນ SAFAWI RASID ຍິງປະຕູທີ 2, ສ່ວນໄລຍະເວລາທີ່ເຫຼືອ ມາເລເຊຍ ກັບມາຄອງເກມໄດ້ເໜືອກວ່າ ກ່ອນຈົບເຄິ່ງເວລາທໍາອິດມາເລເຊຍ ນໍາຫ່າງ 2-0.
ເຄິ່ງເວລາທີ 2 ທີມຊາດລາວ ກໍພະຍາຍາມຂຶ້ນເກມ ແລະ ກໍມີໂອກາດ, ແຕ່ສ່ວນໃຫຍ່ຈະມາເສຍບ້ານໃນໜ້າເສັ້ນ 18, ສ່ວນ ມາເລເຊຍ ກໍມີໂອກາດຍິງ 2-3 ຄັ້ງແຕ່ທີມຊາດລາວ ກໍຊ່ວຍກັນໄດ້ດີ ຫວິດການເສຍປະຕູໄປຫຼາຍຄັ້ງ. ຢ່າງໃດກໍຕາມ ມາຮອດນາທີໆ 78 ແລະ ນາທີໆ 82 ມາເລເຊຍ ໄດ້ 2 ປະຕູລວດ ຈາກການຍິງຂອງ SHAHRUL SAAD ແລະ SAFAWI RASID ຕາມລໍາດັບ ເຮັດໃຫ້ ມາເລເຊຍ ນໍາຫ່າງ 4-0,ສ່ວນໄລຍະເວລາທີ່ເຫຼືອ ບໍ່ມີປະຕູເພີ່ມ ມາເລເຊຍ ເອົາຊະນະໄປ 4-0, ຈາກຜົນດັ່ງກ່າວ ເຮັດໃຫ້ ມາເລເຊຍ ເກັບເພີ່ມເປັນ 6 ຄະແນນຢຶດທີມນໍາກຸ່ມ B ຕໍ່ໄປ, ສ່ວນ ທີມຊາດລາວ ບໍ່ມີຈັກຄະແນນຢູ່ອັນດັບສຸດທ້າຍຂອງຕາຕະລາງຄະແນນ.
ສໍາລັບ ທີມຊາດລາວ ມີນັດລົງສະໜາມນັດທີ 2 ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ໃນວັນທີ 9 ທັນວາ 2021 ເວລາ 16:30 ໂມງ ພົບ ມາເລເຊຍ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄື: ປີ 2008 ມາເລເຊຍ ຊະນະ ລາວ 3-0 , ປີ 2010 ມາເລເຊຍ ຊະນະ ລາວ 5-1 , ປີ 2012 ລາວ ເສຍໃຫ້ ມາເລເຊຍ 1-4 , ປີ 2018 ລາວ ເສຍໃຫ້ ມາເລເຊຍ 1-3 , ປີ 2020 ລາວ ເສຍ ໃຫ້ ມາເລເຊຍ 0-4