ການຂັບຂີ່ດ້ວຍຄວາມປະມາດພາດພັ້ງເຖິງແກ່ຊີວິດ ທີ 3 ທັນວາ 2021 ຜ່ານມາ ປກສ ເມືອງຈັນທະບູລີ ໄດ້ຮັບແຈ້ງວ່າ: ເວລາ 23:00ໂມງ ມີອຸປະຕິເຫດລົດຈັກລົ້ມເອງ ແລະ ເສຍຊີວິດ 1 ຄົນ ຢູ່ເຂດໜ້າຕະຫຼາດໂພນຕ້ອງຈອມມະນີ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ.
ພາຍຫຼັງໄດ້ຮັບແຈ້ງ ກອງຮ້ອຍຕຳຫຼວດຈະລາຈອນ ປກສ ເມືອງຈັນທະບູລີ ລົງກວດກາຊັນນະສູດ, ວັດແທກ, ເກັບກຳຂໍ້ມູນຫຼັກຖານ ແລະ ຮ່ອງຮອຍການກະທົບ ໃນສະຖານທີ່ເກີດອຸບັດຕິເຫດເບື້ອງຕົ້ນຊາບຊື່ຜູ້ເສຍຊີວິດ ທ້າວ ໄຊຊະນະ ອາຍຸ 32 ປີ, ສັນຊາດລາວ, ພະນັກງານ ບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຂັບຂີ່ລົດຈັກຄັນໝາຍເລກ ດດ 6812 ກຳແພງນະຄອນ ດ້ວຍຄວາມໄວພໍຮອດໜ້າຕະຫຼາດໂພນຕ້ອນຈອມມະນີ ລົດຈັກເກີດເສຍຫຼັກບໍ່ສາມາດຄວບຄຸມການຂັບຂີ່ໄດ້ ຈື່ງຕໍາຄູກັ້ນທາງ ແລະ ເສົາໄຟຟ້າຈົນເປັນສາເຫດພາໃຫ້ ທ້າວ ໄຊຊະນະ ເສຍຊີວິດຄາທີ່.
ກອງບັນຊາການ ປກສ ນະຄອນຫລວງວຽງຈັນ ສະແດງຄວາມເສຍໃຈຕໍ່ການສູນເສຍນຳຄອບຄົວຜູ້ຖືກເຄາະຮ້າຍ ແລະ ຮຽກຮ້ອງມາຍັງ ນັກຂັບຂີ່ ຈົ່ງມີສະຕິຕື່ນຕົວປະຕິບັດຕາມກົດລະບຽບການສັນຈອນ ຢ່າງເຂັ້ມງວດ ເພື່ອຫຼຸດຜ່ອນການເກີດອຸປະຕິເຫດ, ບາດເຈັບ ແລະ ເສຍຊີວິດ.