ໂຮງຫມໍເອກະຊົນທີ່ໄດ້ຮັບອະນຸຍາດສາມາດກວດຫາເຊື້ອໂຄວິດ ແລະອອກໃບຢັ້ງຢືນໄດ້
ໃນມາດຕາ2ຂອງຂໍ້ຕົກລົງເລກທີ4887/ສພກລົງວັນທີ29/11/2021 ວ່າດ້ວຍການຮັບຮອງເອົາແຜນປະຕິບັດງານຕົວຈິງ ສໍາລັບການເປີດເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດ COVID-19 ໃນ ສປປ ລາວໄດ້ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດແຜນປະຕິບັດວຽກງານໃຫ້ແຕ່ລະພາກສວ່ນ, ໃນນັ້ນ,ມາດຕາ2.1ໄດ້ລະບຸໄວ້ວ່າ:
ກະຊວງສາທາລະນະສຸກແມ່ນຮັບຜິດຊອບຈັດບູລິມະສິດການສັກວັກຊີນ ໃຫ້ພະນັກງານທີ່ໃຫ້ບໍລິການຢູ່ເຂດທ່ອງທ່ຽວສີຂຽວ ແລະພະນັກງານຂອງບໍລິສັດນໍາທ່ຽວ,ການກັ່ນຕອງສຸຂະພາບຢູ່ສະຫນາມບິນ,RT-PCR ໃນເວລາເຂົ້າມາສປປ ລາວ ພ້ອມທັງດໍາເນີນການອອກໃບຢັ້ງຢືນການກວດ RT-PCR.
ໃນມາດຕາດັ່ງກ່າວຍັງອະນຸຍາດໃຫ້ໂຮງຫມໍເອກະຊົນທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກແລ້ວ ສາມາດກວດຫາເຊື້ອໂຄວິດ-19ດ້ວຍເຄື່ອງກວດ RT-PCR ແລະອອກໃບຢັ້ງຢືນ RT-PCR ໂດຍມີການອອກໃບຢັ້ງຢືນຂອງອົງການກ່ຽວຂ້ອງຂອງລັດ ເພື່ອເພີ່ມຄວາມສາມາດໃນການກວດໃຫ້ໄວ ແລະຫຼຸດຜ່ອນໄລຍະເວລາການລໍຖ້າ.
ກໍານົດລະບຽບການສຸກເສີນສໍາລັບຫົວຫນ່ວຍທຸລະກິດ ຫຼື ນັກທ່ອງທ່ຽວຜູ້ທີ່ຕິດເຊື້ອພະຍາດ COVID-19 ແລະອະນຸຍາດການກວດຂອງຫ້ອງທົດລອງເອກກະຊົນ, ກໍານົດຂັ້ນຕອນການກວດ, ຄາດຄະເນຄວາມສາມາດຂອງການກວດ, ລາຄາບໍລິການ, ການຢັ້ງຢືນຜົນກວດຮ່ວມກັບການຢັ້ງຢືນຈາກພາກລັດ.