ກາຍເປັນກະແສເລື້ອງກ່ອງສຸ່ມ ຈາກພໍ່ຄ້າລາຍ 1 ທີ່ຂາຍກ່ອງສຸ່ມ ຫຼື ຈະຮ້ອງອີກແບບໜຶ່ງວ່າກ່ອງສ່ຽງໂຊກ ໃນລາຄາ 5000 ບາດ ແລະກໍ່ເຮັດໃຫ້ມີຄົນເຂົ້າມາຊີເອັບ ຫຼື ຢັ້ງຢືນການຊື້ມາຈຳນວນຫຼາຍໃນລາຄາ 5000 ບາດ ເຮັດໃຫ້ຂາຍໄດ້ໃນເວລາບໍ່ຮອດ 1 ຊົ່ວໂມງ ຖືວ່າເປັນສະຖິຕິຂາຍເຄື່ອງໄດ້ໄວ້ທີ່ສຸດແລະມີຍອດລາຍໄດ້ເປັນຫຼາຍຕື້ກີບ ແລະ
ລ່າສຸດກໍ່ມີກະແສຕາມຫຼັງ ຫຼັງຈາກທີ່ທາງຮ້ານໄດ້ທະຍອຍສົ່ງກ່ອງສຸ່ມໃຫ້ລຸກຄ້າກໍ່ມີບາງຄົນໄດ້ກ່ອງສຸ່ມແນ່ແລ້ວ ກໍ່ໄດ້ພາກັນລຸ້ນວ່າກ່ອງສຸ່ມທີ່ຕົນໄດ້ສັ່ງຊື່ໄປນັນມັນສົມລາຄາບໍ່
ແຕ່ແລ້ວກໍ່ເຮັດໃຫ້ຫຼານຄົນຜິດຫັວງວ່າມັນບໍ່ຄູ່ມລາຄາ ສ່ວນຜູ້ໃດທີ່ໄດ້ແລະເປີດອອກຄຸ້ມລາຄາໃນສິ່ງທີ່ໄດ້ໄປກໍ່ຖືວ່າໂຊກດີ ແຕ່ກໍ່ມີຫຼາຍຄົນທີ່ບອກວ່າບໍ່ຄຸ້ມແລະລ່າສຸດກໍ່ມີຜູ້ໃຊ້
ເຟສບຸກລາຍໜຶ່ງໄດ້ໂພສວ່າ: ທຳລາຍຄວາມເຊື່ອໃຈແລະເຊື່ອຫມັ້ນຂອງລູກຄ້າໄປຫມົດເລິຍ ທຳອິດຂ້ອຍກະຂົນຫນາວລຸກແລະຊື່ນຊົມເຈົ້າ ໃຜສິຄິດວ່າເຈົ້າສິກ້າເຮັດແບບນີ້ 10,000 ກ່ອງ ລາວວ່າລາວຂາຍໄດ້ມື້ນັ້ນ 9,000,000,000 ກີບ ( 9ຕື້) ເບິ່ງໃນໄລສົດມື້ແພັກ …ກຳໄລມະຫາສານ ແມ່ນຢູ່ວ່າກ່ອງສຸ່ມ
ແລ້ວແຕ່ດວງ ..ຂີ້ຮ້າຍກະໃຫ້ໄດ້ເຄື່ອງຕາມເງິນສາຄັນບໍ່ໄດ້ລາງວັນພິເສດ ..ເຈົ້າກະໄດ້ກຳໄລຈາກການຂາຍເຄື່ອງຂອງເຈົ່າໃຫ້ລູກຄ້າລາຄາເຕັມ ກຳໄລມະຫາສານລະເດ…ມູນຄ່າ5000฿ (ລູກຄ້າຊື້ສິນຄ້າລາຄາປົກະຕິ ກຳໄລເຈົ້າກະບັກຫລາຍໆແລ້ວ ຍັງມາເຮັດຫລຸບທຶນລູກຄ້າອີກ )ດັງແລ້ວຫາເງິນຫາຈັ່ງໃດກະໄດ້ ແຕ່ຕ້ອງເຮັດໃຫ້ຖືກຕ້ອງແລະມີຈັນຍາບັນ ຈັ່ງຢູ່ໄດ້ດົນ ຫລືໂກຍກ່ອນ..ໂກຍໄດ້ໂກຍ ສິບໍ ເຈົ້າວ່າເຫັນພິມພີ່ພາຍເປັນໄອດໍ້ ..ບໍ່ຄືບໍ່ໄດ້ບໍ່ແມ່ນ ບໍ່ເອົາບໍ່ພູດ
ສຸດທ້າຍສຳລັບເລື່ອງນີ້. ບໍ່ໄດ້ເຂົ້າຂ້າງໃຜ. ຂຶ້ນຊື່ວ່າກ່ອງສຸ່ມນະ ມູນຄ່າໃນກ່ອງບໍ່ຈຳເປັນຕ້ອງຈຸທຶນ ຫຼື ໃກ້ຄຽງກັບມູນຄ່າທີ່ເຈົ້າຈ່າຍ ຫຼື ເກີນລາຄາທີ່ຈ່າຍທຸກກ່ອງ. ໃນກ່ອງໃສ່ແຕ່ກ້ວຍຫວີໜຶ່ງ + ເກືອນ້ຳຕານແປງນົວ ຂາຍ1,000 ບາດ. ເຈົ້າພໍໃຈຊື້ເຈົ້າກະຈ່າຍ ບໍ່ຊື້ກະບໍ່ເອົາ.ຖາມຄືນ ເຈົ້າກ້າຈົກເງິນຈ່າຍໃນສິ່ງທີ່ເຈົ້າກະບໍ່ຮູ້ບໍ່ເຫັນໄດ້ຈັ່ງໃດ ? ຖ້າຕອບວ່າຍ້ອນເຊື່ອໃຈ. ກະນັ້ນເດະ ເຊື່ອໃຈ ກໍ່ຮັບໃຈສິ່ງທີ່ເຈົ້າເຊື່ອໄປ.ຍ້ອນເຈົ້າຄາດຫວັງ