ກົດໄລ້ ກົດແຊຣ໌ ດວງລາຍວັນ 13 ທັນວາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
137

ຄົນເກີດວັນຈັນ:ການ​ງານ ​ ໄດ້​ເລີ່ມ​ເຮັດ​ທຸລະກິດ​ທີ່​ຕົນເອງ​ບໍ່​ມີ​ຄວາມ​ຖະຫນັດ​ອາດ​ເກີດ​ຄວາມ​ຜິດ​ພາດໄດ້ ການ​ເງິນ ເປັນ​ມື້ທີ​ໂຊກດີ​ມີ​ໂອ​ກາດ​ໄດ້ຮັບ​ເງິນ​ເປັນ​ຈຳນວນ​ຫລາຍ
ຄວາມ​ຮັກ ການ​ສະແດງ​ຄຳ​ເວົ້າ​ທີ່​ບໍ່​ເຂົ້າໃຈ​ກັບ​ຄົນ​ຮັກ​ເຮັດໃຫ້​ເກີດ​ການ​ຂັດ​ແຍ້ງ

ຄົນເກີດວັນອັງຄານ:ການ​ງານ ເຮັດ​ທຸລະກິດ​ດ້ານ​ອາ​ຊີບ​ນັກ​ການ​ຂາຍ ນັກ​ການ​ເຈລະຈາ​ເປັນ​ທີ່​ປຶກ​ສາ​ຈະປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂອ​ກາດ​ຫາ​ເງິນ​ເຂົ້າ​ມາ​ໄດ້​ເປັນ​ຈຳນວນ​ຫລາຍ ຄວາມ​ຮັກ ມີ​ໂອ​ກາດ​ພົບ​ຄົົນທີ່​ມີອາຍຸນ້ອຍກວ່າ ຈະເຂົ້າມາໃນຖານະໝູ່ຂອງໝູ່

ຄົນເກີດວັນພຸດ:ການ​ງານ ເກີດ​ການ​ປ່ຽນ​ແປງ​ຍົກ​ຍ້າຍ​ໃນ​ຕຳແໜ່ງ​ຫນ້າທີ່​ການ​ງານ​ໄປ​ພົບ​​ຄວາມ​ກ້າວ​ໜ້າ ການ​ເງິນ ​ ເປັນ​ມື້​ໂຊ​ກດີ​ທີ່​ຈະ​ໄດ້​ເງິນ​ແບບ​ບໍ່ທັນຕັ້ງໂຕ ຄວາມ​ຮັກ ເກີດ​ການ​ຂັດ​ແຍ້ງ​ກັບ​ຄົນ​ຮັກ​ດ້ວຍ​ເລື່ອງເລັກນ້ອຍ ແຕ່ກໍຈະກໍໃຫ້ເກີດເປັນບັນຫາໃຫຍ່ຕາມມາ

ຄົນເກີດວັນພະຫັດ:ການ​ງານ ປັບ​ປ່ຽນ​ກົນ​ລະຍຸດທາງ​ທຸລະກິດ​ເຮັດໃຫ້​ຕົນເອງ​ນັ້ນ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ເປັນ​ມື້ທີ່ໂຊກດີ ຈະ​ໄດ້​ເງິນ​ເຂົ້າ​ມາ​ເພີ່ມ​ຫລາຍ​ຂຶ້ນເພາະມີຜູ້ອຸປະຖໍາ ຄວາມ​ຮັກ ຈະ​ພົບ​ສະຖານະການ​ຄວາມ​ຮັກ​ທີ່​ບໍ່​ຊັດເຈນ ອາດເປັນເພາະຄວາມໄກກັນກໍເປັນໄປໄດ້

ຄົນເກີດວັນສຸກ:ການ​ງານ ​ເຮັດ​ທຸລະກິດ​ເກີດ​ຄວາມ​ຜິດ​ພາດ​ອາດຈະ​ເຮັດໃຫ້​ສູນ​ເສຍ​ເງິນ​ທຶນ ການ​ເງິນ ລະ​ວັງ​ຈະ​ມີ​ຄົນ​ມາ​ຢິບ​ຢືມ​ເງິນ​ທ່ານ​ແລ້ວ​ທ່ານຈະ​ບໍ່​ໄດ້ຄືນ ຄວາມ​ຮັກ ກຳ​ລັງ​ທົບ​ທວນ​ສະຖານະການ​ເລື່ອງ​ຄວາມ​ຮັກ

ຄົນເກີດວັນເສົາ:ການ​ງານ ການເດິນທາງ​ໄກ​ຕິດ​ຕໍ່​ທຸລະກິດ​ຈະປະ​ສົບ​ຄວາມ​ສຳ​ເລັດ​ເກີດ​ຊື່​ສຽງ​ທີ່​ດີ ການ​ເງິນ ເປັນ​ມື້​ໂຊ​ກດີ​ທີ່​ມີ​ໂອ​ກາດ​ຈະ​ໄດ້​ເງິນ​ກ້ອນ​ໃຫຍ່ ຄວາມ​ຮັກ ບໍ່​ໄດ້​ໂຟ​ກັດ​ໃນ​ເລື່ອງ​ຮັກ​ແຕ່​ໃຫ້​ຄວາມ​ສຳຄັນ​ດ້ານ​ການສ້າງ​ຄວາມ​ລ້ຳລວຍ​ໃຫ້​ກັບ​ຕົນເອງ

ຄົນເກີດວັນອາທິດ:ການ​ງານ ເຮັດ​ທຸລະກິດ​ຫຍັງ​ກໍ​ເປັນ​ເງິນ​ເປັນ​ຄຳ​ໄປ​ທຸກ​ຢ່າງ​ປະ​ສົບ​ຄວາມ​ສຳ​ເລັດ ການ​ເງິນ ມີ​ໂຊກ​ຈະ​ໄດ້​ກຳ​ໄລ​ຈາກ​ທຸລະ​ກິດຈະການ​ຄ້າ ຄວາມ​ຮັກ ຍັງ​ຢາກ​ຈະ​ໃຊ້​ຊີວິດ​ແບບ​ເປັນ​ອິດສະຫລະ​ຫລາຍກວ່າ​ທີ່​ຈະ​ເລືອກ​ໃຜເຂົ້າມາຮ່ວມໃນການໃຊ້ຊີວິດຄູ່