ກັກໂຕຍົກແກ້ງ 28 ຄົນ ຢູ່ຮ້ານອາຫານຣີສອດ 69

0
510

ວັນທີ 11 ທັນວາ 2021 ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບແຈ້ງວ່າ: ຮ້ານອາຫານຣີສອດ 69 ບ້ານຫ້ວຍນ້ຳເຢັນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ລະເມີດ ຂໍ້ ຫ້ າ ມ ແລະ ແຈ້ງການເລກທີ 41/ ສພກ.ນວ ,ລົງວັນທີ 15 ພະຈິກ2021 ວ່າດ້ວຍການສະກັດກັ້ນ, ຄວບຄຸມການແຜ່ລະບາດໂຄວິດ. ເຊິ່ງເປັນຮອບທີ 2.

ພັທ ບຸນມີ ກັນຕິຍະວົງ ຮອງຫົວໜ້າກອງບັນຊາກນ ປກສເມືອງນາຊາຍທອງ ໃຫ້ຮູ້ວ່າ: ພວກເຮົາ ໄດ້ສົມທົບກັບກອງບັນຊາການທະຫານເມືອງ ນາຊາຍທອງ ພາຍຫລັງໄດ້ຮັບແຈ້ງຄວາມ ລົງກວດກາຮ້ານຣີສອດ 69 ພົບເຫັນຜູ້ມາໃຊ້ບໍລິການ ມົ້ ວ ສຸ ມ ສິ່ ງ ມຶ ນ ເ ມົ າ 28 ຄົນ ຍິງ10 ຄົນ.

ໃນນີ້, ຈຳນວນໜຶ່ງກວດປັດສະວະພົບເຫັນ ສ າ ນ ເ ສ ບ ຕິ ດ ໃນຮ່າງກາຍ ແລະ ບັ້ງແກັດປຸມເປົ້າ 2 ບັ້ ງ, ເຊິ່ງເປັນຂອງ ທ້າວ ໄພວິສິດ ຢູ່ບ້ານຈອມມະນີ ເມືອງໄຊເສດຖາ ນວ ສອບຖາມເບື້ອງຕົ້ນຜູ້ກ່ຽວໃຫ້ການວ່າ ຄັ້ງນີ້ເປັນເທື່ອທີ 2 ແລ້ວທີ່ຕົນ ລ ະ ເ ມີ ດ ຕໍ່ແຈ້ງການຂອງຂັ້ນເທິງ, ເຈົ້າໜ້າທີ່ໄດ້ນຳຕົວພວກກ່ຽວຂຶ້ນມາຫ້ອງການ ປກສ ເມືອງ ເພື່ອສຶກສາອົບຮົມ ແລະ ນໍໃຊ້ມາດຕະການປັບໃໝ.

ພາບ-ຂ່າວ: ປກສ ນວ