ຫາຍຂໍ້ສົງໄສ! ຄວາມຈິງກ່ຽວກັບມູນຄ່າການກໍ່ສ້າງທາງລົດໄຟລາວ-ຈີນ

0
489

ຄວາມຈິງກ່ຽວກັບມູນຄ່າການກໍ່ສ້າງທາງລົດໄຟລາວ-ຈີນ

ຍ້ອນເຫັນຄອມເມັນຂອງຫຼາຍໆທ່ານທັງຈາກພາຍໃນແລະຕ່າງປະເທດ ທີ່ຍັງເຂົ້າໃຈກັນຢ່າງສັບສົນຄຸມເຄືອໃນມູນຄ່າການກໍ່ສ້າງ-ຂພຈ ຈິ່ງຂໍອະນຸຍາດອາສາສະຫຼຸບຫຍໍ້ໃຫ້ຟັງ.(ຖ້າຂໍ້ມູນຜິດຜາດ,ຊ່ວຍແກ້ແລະກ່າວເຕືອນດ້ວຍ).

ມູນຄ່າການກໍ່ສ້າງທັງໝົດແມ່ນ 5,956 ລ້ານ USD. ໃນ 5,956 ລ້ານ USD “,ແບ່ງອອກເປັນ 2 ພູດ: ພູດທີ່1: 40% ແມ່ນ ລຖບ ທັງສອງຝ່າຍຮັບຜິດຊອບ ໂດຍ ຈີນ ຮັບ 70%(=1,590 ລ້ານ USD), ລາວຮັບ 30%(=730 ລ້ານ USD), ພູດທີ່2: 60% ແມ່ນບໍລິສັດລົດໄຟເອກະຊົນປະສົມລາວ-ຈີນຮັບຜິດຊອບ, ໃນນີ້ ຈີນຖືຫຸ້ນ70%, ລາວຖືຮຸ້ນ 30%.

ສຳລັບ 40% ທີ່ ລຖບ ລາວ-ຈີນ ຮັບຜິດຊອບນັ້ນ,ຍ້ອນມີຂໍ້ຈຳກັດທາງດ້ານການເງິນ ລຖບ ລາວຈິ່ງໄດ້ປະກອບສ່ວນປີລະ 50 ລ້ານໂດລາສຳລັບ 5 ປີຂອງການກໍ່ສ້າງ= 250 ລ້ານໂດລາ. ສວ່ນ 480 ລ້ານໂດລາທີ່ຍັງຄົງຄ້າງ ແມ່ນ ລຖບ ຈີນ ໃຫ້ກູ້ຢືມດ້ວຍດອກເບ້ຍລະດັບນະໂຍບາຍພິເສດ. ສະຫຼູບແລ້ວ, ລຖບ ລາວມີໜີ້ສິນກັບ ລຖບ ຈີນ ພຽງ 480 ລ້ານໂດລາ ຊຶ່ງບໍ່ເປັນດັ່ງທີ່ຫຼາຍໆຄົນເຂົ້າໃຈຜິດ ຄິດວ່າ ລາວ ຕິດໜີ້ ຈີນເກືອບ 6000 ລ້ານ ໂດລາ.

ສຳລັບທຶນ 60% ຂອງບໍລິສັດເອກະຊົນລົດໄຟລາວ-ຈີນ ແມ່ນຢືມມາຈາກທະນາຄານຈີນໃນອັດຕາດອກເບ້ຍ 4,38% ແລະກໍານົດເວລາຊຳລະຄືນ 35 ປີ. ແຕ່ບໍລິສັດ ຕອ້ງຢູ່ພາຍໄຕ້ການດູແລເບີ່ງແຍງຈາກ ລຖບ ທັງສອງຝ່າຍ.ໝາຍຄວາມວ່າ ຖ້າບໍລິສັດໄປບໍ່ລອດ, ລຖບ ທັງສອງຝ່າຍກໍຈະເດ່ມືເຂົ້າມາອູ້ມຊູ.

ໂຄງການນີ້ ເປັນອະພິມະຫາໂຄງການ (Mega Project) ທີ່ລົງທຶນຢ່າງມະຫາສານ. ສະນັ້ນ, ກ່ອນຕັດສິນໃຈເຮັດ ຂພຈ ເຊື່ອວ່າພັກ-ລັດ ໄດ້ສຶກສາຢ່າງລະອຽດໂດຍສະເພາະຜົນປະໂຫຍດທີ່ຈະໄດ້ຮັບທັງທາງກົງແລະທາງອ້ອມ,ທັງໄລຍະສັ້ນແລະໄລຍະຍາວ ແລະຜົນກະທົບຕ່າງໆທີ່ຈະເກີດຕາມມາຢ່າງລະມັດລະວັງທີ່ສຸດແລ້ວ. ດ້ວຍຄວາມປາຖະໜາດີ,

ແຫຼ່ງຂໍ້ມູນ: Soulath Thoummavong.
ທີ່ມາ: ນັກທຸລະກິດ New CEO Laos