ໃນຕອນເຊົ້າ ວັນທີ 14 ທັນວານີ້, ໄດ້ມີພິທີຖະແຫຼງຂ່າວຫົວໜ້າຄູຝຶກທີມຊາດລາວ ແລະ ນັກກິລາລາວ ຜູ້ຍິງປະຕູທຳອິດໃຫ້ທີມຊາດລາວ ໃນນັດທີ່ ເສຍໃຫ້ ອິນໂດເນເຊຍ 1-5 ເມື່ອວັນທີ 9 ທັນວາຜ່ານມາ, ຜ່ານລະບົບອອນລາຍ ໃຫ້ສື່ມວນຊົນລາວ ແລະ ຕ່າງປະເທດ.
ທ່ານ Selvaraj ຫົວໜ້າຄູຝຶກທີມຊາດລາວ ໃຫ້ສຳພາດວ່າ:
ຂ້ອຍບໍ່ຢາກຈະເວົ້າເລື່ອງເກົ່າທີ່ຜ່ານມາ ສຳຄັນແມ່ນເກມແຂ່ງຂັນທີ່ຈະພົບກັບ ກຳປູເຈຍ ຄືຮູ້ແລ້ວວ່າ ສຸກອາພອນ ວົງຈຽງຄຳ ເປັນນັກກິລາລະດັບອາຊີບ ແຕ່ເວລາປ່ຽນຄົນໜຸ່ມລົງແທນ ຈະມີໂອກາດດີຂຶ້ນ ຊຶ່ງເຫັນໄດ້ ກີ້ດາວອນ ສາມາດຈົບສະກໍໄດ້ ສະນັ້ນ ຂ້ອຍຈຶ່ງຢາກເນັ້ນ ພັດທະນານັກກິລາຮຸ່ນໜຸ່ມເພື່ອໃຫ້ເຂົາເຈົ້າມີທ່າກ້າວທີ່ດີຂຶ້ນ “.
ສ່ວນກ່ຽວກັບເກມລະບົບເກມການຫຼິ້ນກັບ ທີມຊາດກຳປູເຈຍນັ້ນ ຂ້ອຍບໍ່ສາມາດຈະເປີດເຜີຍໄດ້ວ່າຈະຫຼິ້ນໃນລະບົບໃດ ເພາະເປັນການຮັກສາຜົນປະໂຫຍດຂອງທີມ ແຕ່ເຈົ້າຫາກຈະເຫັນເອງ ໃນເວລາເປີດເກມແຂ່ງຂັນ ວ່າທີມຊາດລາວຈະຫຼິ້ນໃນລະບົບໃດ “.
ຍ້ອນເຫດໃດທີມຊາດລາວເຮົາ ຈຶ່ງບໍ່ປະສົບຜົນສຳເລັດໃນລາຍການນີ້? “ ກໍຍ້ອນວ່າ ທີມຊາດລາວ ບໍ່ມີເກມການແຂ່ງຂັນລະດັບນາໆຊາດຫຼາຍ ຫາກປຽບທຽບໃສ່ປະເທດຫວຽດນາມ, ໄທ ແລະ ຊາດອື່ນໆນັ້ນ ໂດຍສະເພາະ ຫວຽດນາມ ເຂົາເຈົ້າໄດ້ໄປຄັດບານໂລກ ຊຶ່ງຜ່ານຮ້ອນຜ່ານໜາວ ແລະ ມີປະສົບການຫຼາຍ ສະນັ້ນ ຈຶ່ງເຮັດໃຫ້ພວກເຮົາພັດທະນາບໍ່ທັນເຂົາເຈົ້າ ແຕ່ຫາກຢາກໃຫ້ມີການພັດທະນາທຽບເທົ່າໄດ້ນັ້ນ ທີມຊາດລາວ ຈະຕ້ອງໄດ້ມີການເຄື່ອນໄຫວແຂ່ງຂັນຫຼາຍລາຍການ ລະດັບນາໆຊາດເຊັ່ນດຽວກັນກັບຊາດອື່ນດັ່ງທີ່ກ່າວມານັ້ນ
ທີມຊາດລາວ ຈະລົງສະໜາມນັດສຸດທ້າຍພົບກັບ ກຳປູເຈຍ ໃນວັນທີ 15 ທັນວາ ເວລາ 16:30 ໂມງ ແລະ ເວລາ 19:30 ໂມງ ອິນໂດເນເຊຍ ພົບ ຫວຽດນາມ ທັງສອງຄູ່ແຂ່ງຢູ່ສະໜາມ ບີຊານ.