ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງແຜນການ-ການລົງທຶນ ແລະ ການເງິນແກ້ໄຂ 8 ບັນຫາ

0
277

ວັນທີ 14 ທັນວານີ້, ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານແຜນການ-ການເງິນ, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ເນັ້ນໃຫ້ ກະຊວງແຜນການ-ການລົງທຶນ ແລະ ກະຊວງການເງິນ ຕ້ອງໄດ້ເອົາໃຈໃສ່ແກ້ໄຂຕື່ມເພື່ອຮັບປະກັນໃຫ້ໄດ້ຕາມທິດທາງຄາດໝາຍທີ່ວາງໄວ້ໃນໃນແຜນພັດທະນາແຫ່ງຊາດ ເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປີ 2022.

1.ສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດພະນັກງານໃຫ້ຈົງຮັກພັກດີ, ມີຈັນຍາບັນ, ຮັກວິຊາຊີບ, ອົດທົນເສຍສະລະ ແລະ ປະຕິບັດວິໄນດ້ານແຜນການ-ການເງິນຢ່າງເຄັ່ງຄັດ, ຖືເອົາຜົນປະໂຫຍດຂອງປະເທດຊາດເປັນກົກເພື່ອລຶບລ້າງປະກົດການຫຍໍ້ທໍ້ໃຫ້ຂາດຕົວ.

2.ເປັນເຈົ້າການປະສານສົມທົບຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ເປັນຮູບປະທຳ ໂດຍນຳໃຊ້ທຸກນະໂຍບາຍ ແລະ ມາດຕະການແກ້ໄຂຄຸ້ມຄອງເສດຖະກິດມະຫາພາກໃຫ້ມີສະຖຽນລະພາບໂດຍພື້ນຖານ, ແກ້ໄຂຄວາມກົດດັນດ້ານເສດຖະກິດໃຫ້ຜ່ອນເບົາລົງເທື່ອລະກ້າວເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວຕາມລະດັບຄາດໝາຍທີ່ວາງໄວ້ .

3. 3 ສືບຕໍ່ເອົາໃຈໃສ່ປະຕິບັດບັນດາມາດຕະການເຝົ້າລະວັງ ສະກັດກັ້ນ ຄວບຄຸມ ແລະ ຄົ້ນຄວ້າສ້າງນະໂຍ ບາຍ ມາດຕະການແກ້ໄຂຜົນກະທົບການແພ່ລະບາດຂອງພະຍາດໂຄວິດ-19 ຕໍ່ເສດຖະກິດຢ່າງມີຈຸດສຸມ ພ້ອມທັງກຽມຄວາມພ້ອມຮອບດ້ານເປີດປະເທດຢ່າງລະມັດລະວັງ, ສຸມໃສ່ຢ່າງເລັ່ງດ່ວນຈັດຕັ້ງປະຕິບັດບັນດານະໂຍບາຍ ແລະ ມາດຕະການການຄຸ້ມຄອງເສດຖະກິດມະຫາພາກດ້ານການເງິນ-ເງິນຕາ ເພື່ອສ້າງຄວາມໝັ້ນທ່ຽງໃຫ້ເສດຖະກິດ ແລະ ສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ ແລະ ຜູ້ປະກອບການຕໍ່ສະພາບເສດຖະກິດຂອງປະເທດ, ສ້າງກົນໄກ ແລະ ຮູບແບບສົ່ງເສີມການເຂົ້າເຖິງແຫລ່ງທຶນໃຫ້ແກ່ບັນ ດາວິສາຫະກິດໃຫ້ເປັນຮູບປະທຳຫລາຍຂຶ້ນ ທັງນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າມາຊ່ວຍຄຸ້ມຄອງການດໍາເນີນງານ ເພື່ອຫລຸດຕົ້ນທຶນການຈັດຕັ້ງປະຕິບັດ ແລະ ສ້າງຄວາມສະດວກໃຫ້ນັກລົງທຶນ ແລະ ຜູ້ປະ ກອບການສາມາດເຂົ້າເຖິງແຫລ່ງທຶນ ແລະ ຂໍ້ມູນໄດ້ໄວຂຶ້ນ.

4. ປະຕິຮູບລະບົບການລົງທຶນຂອງລັດໃຫ້ຫັນປ່ຽນໃໝ່ຢ່າງແທ້ຈິງ ພ້ອມທັງເອົາໃຈໃສ່ຈັດບຸລິມະສິດໂຄງການລົງທຶນຂອງລັດ ແລະ ສຸມໃສ່ໂຄງການທີ່ຈຳເປັນຮີບດ່ວນໂດຍໄລ່ລຽງທຸກການລົງທຶນຕ້ອງໃຫ້ມີປະສິດທິຜົນມີຜົນຕອບແທນສູງ ແລະ ເຫັນຜົນໄວດ້ານເສດຖະກິດ.

5.ສືບຕໍ່ຄຸ້ມຄອງ ແລະ ສົ່ງເສີມເຂດເສດຖະກິດພິເສດໃຫ້ກາຍເປັນກຳລັງແຮງສຳຄັນຕໍ່ການພັດທະນາເສດຖະກິດ, ພັດທະນາເສດຖະກິດພິເສດໃຫ້ມີຈຸດສຸມ ມີຈຸດພິເສດສະເພາະທີ່ແຕກຕ່າງ ສາມາດແຂ່ງຂັນໄດ້ໂດຍການນໍາໃຊ້ທຸກທ່າແຮງທີ່ມີຢ່າງເຕັມສ່ວນ ການຜະລິດຢູ່ພາຍໃນເຂດເສດຖະກິດພິເສດຕ້ອງເປັນຕົວແບບດ້ານການນຳໃຊ້ເຕັກໂນໂລຊີ.

6.ປັບປຸງວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດຢ່າງແຂງແຮງ ແລະ ເປັນເຈົ້າການບຸກທະລຸແກ້ໄຂຂອດຂັ້ນການບໍລິການປະຕູດຽວໃຫ້ໄດ້ໄວ ໂດຍເພີ່ມທະວີການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ແລະ 03/ນຍ ຢ່າງເຂັ້ມງວດຮັບປະກັນຄຸນນະພາບຮັບປະກັນຄວາມຖືກ ຕ້ອງໂປ່ງໃສໜ້າເຊື່ອຖື.

7.ສຶບຕໍ່ເລັ່ງປະຕິຮູບວຽກງານການເງິນຢ່າງເລິກເຊິ່ງ ຮອບດ້ານ ແລະ ແຂງແຮງຕາມຍຸດທະສາດທີ່ລັດ ຖະບານໄດ້ຮັບຮອງໃຫ້ມີຄວາມຄືບໜ້າໄວ ແລະ ຮັບປະກັນການເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີເພື່ອໃຫ້ສົມຄູ່ກັບທ່າແຮງ ສູ້ຊົນຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2021 ໃຫ້ບັນລຸໄດ້ຕາມລະດັບຄາດໝາຍ. ຂະນະທີ່ປີ 2022 ຕ້ອງໄດ້ສືບຕໍ່ປັບປຸງກົນໄກການຫັນເປັນທັນສະໄໝ ແລະ ການບັງຄັບໃຊ້ກົດໝາຍລວມທັງການສະກັດກັ້ນການຮົ່ວໄຫລງົບປະມານເພື່ອສາມາດເພີ່ມລາຍຮັບໃຫ້ສູງຂຶ້ນ.

8.ເປັນເຈົ້າການປະສານການຈັດຕັ້ງປະຕິບັດແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະ ກິດ-ງົບປະມານ ໂດຍການທົບທວນຄືນບັນດານະໂຍບາຍກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ປະກາດໃຊ້ໃນປັດຈຸບັນ ແລະ ຄົ້ນຄວ້າສ້າງກົດໝາຍ ແລະ ນິຕິກຳໃໝ່ ປະສານສົມທົບກັບບັນດາກະຊວງທີ່ກ່ຽວ ຂ້ອງ ສ້າງກົນໄກຄຸ້ມຄອງແຫລ່ງລາຍຮັບໃຫ້ກົມກຽວ ແລະ ວ່ອງໄວ ປະຕິຮູບກົນໄກການຄຸ້ມຄອງລາຍຮັບງົບປະມານຢ່າງແຂງແຮງໂດຍການປັບປຸງ ແລະ ຂະຫຍາຍລະບົບການຄຸ້ມຄອງລາຍຮັບແບບທັນສະໄໝ ພັດທະນາຂະແໜງການເງິນໂດຍສະເພາະໂຄງການຄຸ້ມຄອງລະບົບຂໍ້ມູນຂ່າວສານ, ສ່ວຍສາອາກອນ ສ້າງລະບົບຄຸ້ມຄອງຖານຂໍ້ມູນການເງິນແບບລວມສູນ ຄຸ້ມຄອງລາຍຮັບງົບປະມານແຫ່ງລັດເຂົ້າໃນລະບົບ ລວມສູນ ໂດຍການສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຄູ່ຮ່ວມຍຸດທະສາດການພັດ ທະນາ ແລະ ອື່ນໆ.