ຄາດວ່າທ້າຍປີນີ້! ໜອງຄາຍ ຈະກຽມເປີດຮັບນັກທ່ອງທ່ຽວ ລາວ-ຈີນ

0
527

ໜອງຄາຍ ກຽມເປີດຮັບນັກທ່ອງທ່ຽວ ລາວ-ຈີນ ຄາດວ່າຈະເປີດຊາຍແດນໜອງຄາຍ-ວຽງຈັນທ້າຍປີ 2021 ນີ້.

ໜອງຄາຍ ກຽມສະເໜີການເປີດປະເທດແບບມື້ດຽວ ໄປ-ກັບ ໃນ 1 ວັນ ຫວັງກະຕຸ້ນເສດຖະກິດ. ເຊິ່ງຈະມີແຜນຮັບຄົນຕ່າງປະເທດເຂົ້າປະເທດ ໂດຍບໍ່ຕ້ອງຢູ່ດົນ, ຄົນລາວສາມາດເດີນທາງໄປໄດ້ແຕ່ໜອງຄາຍ ແລະ ອຸດອນເທົ່ານັ້ນ. ສ່ວນຄົນໄທກໍສາມາດໄປໄດ້ແຕ່ນະຄອນຫຼວງວຽງຈັນເທົ່ານັ້ນ, ເພື່ອ: ສຸມໃສ່ການທ່ອງທ່ຽວເຊັ່ນ ໄປຊື້ເຄື່ອງ, ໄປກິນເຂົ້າ, ພາກສ່ວນເອກະຊົນມີຄວາມພ້ອມແລ້ວ ແລະ ບໍ່ຕ້ອງກັງວົນກ່ຽວກັບການຕິດເຊື້ອພະຍາດ ໂຄວິດ-19 ເພາະວ່າສັກວັກຊີນຄົບແລ້ວ.

ແຕ່ໜອງຄາຍຍັງມີຄວາມກັງວົນວ່າ ໜອງຄາຍເອງຈະເປັນພຽງທາງຜ່ານໄປສູ່ການທ່ອງທ່ຽວຢູ່ແຂວງອື່ນໆພາຍໃນປະເທດ ຫຼື ບໍ່, ໂດຍໜອງຄາຍໄດ້ມີການສ້າງສວນກະເສດນໍ້າພຸບຣູໂຊນ ແລນມາກທ່ອງທ່ຽວໃໝ່ຂອງແຂວງໜອງຄາຍ ຄາດວ່າຈະສ້າງສໍາເລັດພາຍໃນຕົ້ນປີໜ້າ ຈາກເງິນລົງທຶນຫຼາຍ 10 ລ້ານບາດ ພາຍໃຕ້ການມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນ ເພື່ອດຶງດູດໃຫ້ນັກທ່ອງທ່ຽວແວ່ພັກຢ່າງໜ້ອຍ 1 ຄືນ ໂດຍຈະເນັ້ນການກວດຫາເຊື້ອ ໂຄວິດ-19 ແບບ ATK ໃຫ້ກັບບຸກຄົນທີ່ເດີນທາງຂ້າມຊາຍແດນ ໜອງຄາຍ-ວຽງຈັນ.

ໄທຄາດວ່າ ໂຄງການລົດໄຟ ຈີນ-ລາວ ນອກຈາກຈະເປັນການລົງທຶນການສົ່ງອອກ-ນໍາເຂົ້າສິນຄ້າພາຍລະຫວ່າງປະເທດແລ້ວ ຍັງເປັນການເປີດປະຕູບານໃໝ່ເພື່ອດຶງດູດນັກທ່ອງທ່ຽວເຂົ້າມາໄທນໍາອີກດ້ວຍ.ສ່ວນລາຍລະອຽດເພີ່ມຕື່ມ ພວກເຮົາຈະແຈ້ງໃຫ້ຊາບພາຍຫຼັງ.

ອ້າງອີງ:Thai PBS News,MGR Online