ກັກໂຕໄວລຸ້ນມີ ຢ າ ເ ສ ບ ຕ ິ ດ ແລ່ນ ໜີ ເຈົ້າໜ້າທີ່ໄລ່ນໍາທັນເຈົ້າໜ້າທີ່ ສນ ຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191 ຈຸດບ້ານໄຮ່ ອອກກວດກາລາດຕະເວນຕາມພື້ນທີ່ຄວາມຮັບ ຜິ ດ ຊ ອ ບ ກັກຕົວເປົ້າໝາຍເ ສ ບ ຢ າ ເ ສ ບ ຕິ ດ ໄດ້ພ້ອມ ຂ ອ ງ ກ າ ງ ຢ 62 ເ ມັ ດ, ມາດໍາເນິນຄະດີ.
ສນ 1191 ຈຸດບ້ານໄຮ່ ເມືອງປາກງື່ມ ໃຫ້ຮູ້ວ່າ: ໃນຂະນະກຳລັງປະຕິບັດໜ້າທີ່່ອອກກວດກາລາດຕະເວນຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ຕາມຟື້້ນທີ່່ຄວາມຮັບຜິດຊອບ ຮອດເວລາ12 ໂມງ ທີ 13 ທັນວາ 2021 ພົບເຫັນຊາຍໜຸ່ມ ຂັບຂີ່ລົດຈັກມາແຕ່ຖະໜົນ ບ້ານເວີນແຄນ ມີທ່າທາງພິລຸດ ຈິ່ງໄດ້ຂໍກວດຕົວ ແຕ່ຜູ້ກ່ຽວບໍ່ໃຫ້ຮ່ວມມືກັບເຈົ້າໜ້າທີ່,
ຂີ່ຂັບລົດຈັກ ລົ ບ ໜີ ໄປທາງບ້ານສົມສະຫວາດ ຈາກນັ້ນ, ຈຶ່ງໄລ່ນໍາທັນ ກວດຄົ້ນພົບເຫັນ ຢ 62 ເ ມັ ດ, ຜູ້ກ່ຽວດຶກລົງຂ້າງທາງ, ຜ່ານການສອບສວນເບື້ອງຕົ້ນຊາບຊື່ ທ້າວ ວົງພະຈັນ ອາຍຸ 25 ປີ ກໍາມະກອນ ບ້ານໄຮ່ ເມືອງປາກງື່ມນະຄອນຫຼວງວຽງຈັນ, ຮັບສາລະພາບວ່າ: ຢ ຈຳນວນດັ່ງກ່າວ ໄດ້ຊື້ຈາກຄົນນື່ງ ເພື່ອເອົາມາ ເ ສ ບ.
ປັດຈຸບັນ ເຈົ້າຫນ້າທີ່ສນ 1191 ສົ່ງຕົວ ກອງບັນຊາການ ປກສ ເມືອງປາກງື່ມ ເພື່ອສືບຕໍ່ເປິດກວ້າງຂະຫຍາຍຜົນ ຫາກຸ່ມແກ້ງມາດໍາເນີນຄະດີຕາມກົດໝາຍ.