ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ 9 ຢູ່ ສປປລາວເຮົາ ຍັງໜັກໜ່ວງຂຶ້ນນັບມື້ ການລ້າງ, ໃສຜ້າປິດປາກ ຍັງເປັນມາດຕະການທີ່ຕ້ອງປະຕິບັດໃຫ້ເປັນຄວາມຊິນເຄຍ ຫຼື ຕາມວິຖີຊີວິດໃໝ່ ເລື່ອງຂອງຜ້າປິດປາກດ ເຈວລ້າງມື ຍັງຄົງເປັນສິ່ງຈໍາເປັນ ແລະ ທຸກຄນຕ້ອງໄດ້ຊື້ມາຊົມໃຊ້ ສະນັ້ນແລ້ວຫາກໄດ້ສິ່ງທີ່ດີ ແລະ ມີຄຸນນະພາບມາດຕະຖານກໍຈະສາມາດປ້ອງກັນ ຊ່ວຍເຮົາໄດ້ ອາດຈະມີລາຄາແນ່ ຫຼື ມີຫຼາກຫຼາຍຂະໜາດຜະລິດຕະພັນໃຫ້ເຮົາຊື້
.
ແຕ່ວ່າໃນນັ້ນກໍອາດມີສິ່ງທີ່ປອມ ຫຼື ບໍ່ໄດ້ມາດຕະຖານ ອາດສົ່ງຜົນລັບທີ່ບໍ່ດີ ແລະ ບໍ່ສົ່ງຜົນໃນການປ້ອງກັນໄດ້ ດັ່ງນັ້ນທາງກະຊວງສາທາລະນະສຸກຈຶ້ງໄດ້ອອກແຈ້ງການກ່ຽວກັບການພົບເຫັນມີການຈໍາຫນ່າຍຜະລິດຕະພັນສະເປຂ້າເຊື້ອທີ່ຕົກມາດຕະຖານຢູ່ໃນທ້ອງຕະຫຼາດ ຕາມນີ້
ໂດຍຜ່ານການລົງຈັດຈັ້ງປະຕິບັດ ການລົງກວດກາເຈວລ້າງມື ແລະ ສະເປຂ້າເຊື້ອ ຢູ່ 9 ຕົວເມືອງໃນນະຄອນຫຼວງວຽງຈັນ ໃນລະຫວ່າງເດືອນຕຸລາ 2021 ທີ່ຜ່ານມານີ້ ແມ່ນໄດ້ມີການພົບເຫັນສະເປຂ້າເຊື້ອທີ່ຕົກມາດຕະຖານ ຫຼື ມີປະລິມານເຫຼົ້າຕໍ່າກວ່າ 70% ຈໍານວນ 23 ລາຍການ ທີ່ວາງຂາຍໃນທ້ອງຕະຫຼາດ ເຊິ່ງເປັນສາເຫດຫນຶ່ງທີ່ພາໃຫ້ມີການລະບາດຢ່າງຫນັກຫນ່ວງຢູ່ໃນນະຄອນຫຼວງ ແລະ ບັນດາແຂວງໃນທົ່ວປະເທດ (ລາຍລະອຽດຂອງຜະລິດຕະພັນແມ່ນໄດ້ຄັດຕິດມາພ້ອມນີ້).
ນອກຈາກນັ້ນ, ຍັງພົບເຫັນເຫຼົ້າຂ້າເຊື້ອທີ່ມີປະລິມານເຫຼົ້າຕໍ່າກວ່າ 90% (ປະລິມານເຫຼົ້າບໍ່ກົງກັບໃນສະຫຼາກ) ຈໍານວນ 4 ລາຍການ
ສະນັ້ນ, ຈິ່ງສະເຫນີມາຍັງອົງການຈັດຕັ້ງທີ່ກ່ຽວຂ້ອງຈົ່ງຊ່ວຍກັນປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ-19 ດັ່ງນີ້:.
1 ຕິດຕາມ ແລະ ກວດກາຊອກຫາແຫຼ່ງທີ່ມາຂອງການນໍາເຂົ້າ ແລະ ຈໍາຫນ່າຍຜະລິດຕະພັນດັ່ງກ່າວ
2. ເຜີຍແຜ່ ແລະ ໃຫ້ຄວາມຮູ້ແກ່ຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນທີ່ຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນ
ໃຫ້ຢຸດການຈໍາຫນ່າຍ ແລະ ຊົມໃຊ້ຜະລິດຕະພັນທີ່ບໍ່ໄດ້ຄຸນນະພາບ ແລະ ມາດຕະຖານ; 3 ປະຕິບັດມາດຕະການຕໍ່ຜູ້ທີ່ລະເມີດຕາມຄວາມເຫມາະສົມ.
ດັ່ງນັ້ນ, ຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ໃຫ້ຄວາມຄວາມມືໃນການຈັດຕັ້ງປະຕິບັດຕາມທາງຄວນດ້ວຍ.