ເອັດສຊີຈີ ສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາລາວ

0
136

ເອັດສຊີຈີ ສືບຕໍ່ມອບທຶນການສຶກສາໃຫ້ນັກສຶກສາລາວ ວັນທີ 16 ທັນວາ 2021, ນະຄອນຫລວງວຽງຈັນ ເອັດສຊີຈີ ສານຕໍ່ໂຄງການ “SCG Sharing the Dream”ໃນ ສປປ ລາວ ເປັນປີທີ 10 ເຊິ່ງຖືເປັນໜຶ່ງໃນໂຄງການກິດຈະກໍາເພື່ອສັງຄົມຂອງເອັດສຊີຈີ ທີ່ເນັ້ນສົ່ງເສີມ ແລະ ພັດທະນາຄວາມສາມາດເຍົາວະຊົນຂອງປະເທດໃນອາຊຽນ ເພື່ອສ້າງໂອກາດທາງການສຶກສາໃຫ້ນັກສຶກສາທີ່ເປັນຄົນເກັ່ງແລະດີ ມີຄວາມກະຕັນຍູ ແຕ່ຂາດເຂີນທຶນຮອນ ໃຫ້ມີໂອກາດທາງການສຶກສາ ແລະ ສາມາດນໍາຄວາມຮູ້ ມາຊ່ວຍພັດທະນາປະເທດຊາດໄດ້ຢ່າງຢືນຍົງ

ທ່ານ ພີລະມາດ ວະຈະນານະວັດ ກໍາມະການຜູ້ຈັດການ ບໍລິສັດ ຄໍາມ່ວນຊີມັງ ຈໍາກັດ ກ່າວວ່າ “ເອັດສຊີຈີ ໄດ້ມອບທຶນການສຶກສາໃຫ້ແກ່ນ້ອງນັກຮຽນ ເຊິ່ງເປັນປີທີ 10 ພວກເຮົາເຫັນຄວາມສໍາຄັນຂອງຄວາມຝັນ ແລະ ຄວາມມຸ່ງໝັ້ນຂອງນ້ອງນັກຮຽນ ໃນປີນີ້ ທາງເຮົາໄດ້ມອບທຶນການສຶກສາລະດັບປະລິນຍາຕີໃຫ້ນ້ອງນັກສຶກສາຈໍານວນ 6 ທຶນ ຂ້າພະເຈົ້າເຊື່ອວ່າ ໂຄງການມອບທຶນການສຶກສາ SCG Sharing the Dream ຈະເປັນການມອບໂອກາດທີ່ດີໃຫ້ກັບນ້ອງໆທຸກຄົນທີ່ມີຄວາມຕັ້ງໃຈໃນການສຶກສາຮໍ່າຮຽນ ແຕ່ຂາດເຂີນທຶນຮອນ ຈະມີໂອກາດໄດ້ພັດທະນາໂຕເອງໃຫ້ເປັນບຸກຄະລາກອນທີ່ມີຄຸນນະພາບ ແລະ ເປັນປະໂຫຍດໃຫ້ແກ່ຕົນເອງ ເພື່ອຮັບໃຊ້ປະເທດຊາດ ແລະ ໄດ້ນໍາໃຊ້ຄວາມຮູ້ຄວາມສາມາດຂອງການສຶກສາຮໍ່າຮຽນ ເພື່ອມາໃຊ້ໃນການປະກອບອາຊີບຂອງຕົນໃນອະນາຄົດ”

ເອັດສຊີຈີ ເນັ້ນຊຸກຍູ້ໂຄງການຕ່າງໆ ທີ່ຊ່ວຍພັດທະນາບຸກຄະລາກອນຂອງປະເທດຜ່ານການສົ່ງເສີມດ້ານການສຶກສາ ເຊິ່ງເປັນທີ່ມາຂອງໂຄງການທຶນການສຶກສາ SCG

Sharing the Dream ໃນພາກພື້ນອາຊຽນເຊັ່ນ: ສປປ ລາວ, ໄທ, ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ກໍາປູເຈຍ ແລະ ມຽນມາ ເພື່ອຮ່ວມພັດທະນາປະເທດທີ່ເອັດສຊີຈີ ເຂົ້າໄປດໍາເນີນທຸລະກິດ.ສໍາຫລັບ ສປປ ລາວ ເອັດຊີຈີ ດໍາເນີນໂຄງການນີ້ດ້ວຍຄວາມຕັ້ງໃຈ ແລະ ໃສ່ໃຈຢ່າງຕໍ່ເນື່ອງ ເຊິ່ງທຶນດັ່ງກ່າວຈະສະໜັບສະໜູນນັກສຶກສາທີ່ມີຄວາມໄຝ່ຝັນໃນການສໍາເລັດການສຶກສາລະດັບປະລິນຍາຕີ ແລະ ປະກອບອາຊີບ ເພື່ອເປັນກໍາລັງສໍາຄັນໃນການພັດທະນາປະເທດຕໍ່ໄປ. ເອັດສຊີຈີ ກຸ່ມບໍລິສັດແຖວໜ້າໃນຂອບເຂດອາຊຽນປັດຈຸບັນປະກອບດ້ວຍ 3 ທຸລະກິດຫລັກໄດ້ແກ່ທຸລະກິດຊີມັງ-ຜະລິດຕະພັນກໍ່ສ້າງ, ທຸລະກິດເຄມີໂຄ ແລະ ທຸລະກິດແພັກເກັດຈິ້ງ ຕະຫລອດໄລຍະຫລາຍ

ກວ່າ 108 ປີ ເອັດສຊີຈີດໍາເນີນທຸລະກິດຕາມແນວທາງການພັດທະນາແບບຍືນຍົງພາຍໃຕ້ຫລັກການທີ່ດີມຸ້ງສູ່ຄວາມເປັນຜູ້ນໍາໃນອາຊຽນ ແລະ ກຽມພ້ອມສໍາລັບການແຂ່ງຂັນລະດັບໂລກ ໂດຍມີການພັດທະນາໂຕເອງຢ່າງບໍ່ຢຸດຢັ້ງ ຜ່ານການສ້າງສັນນະວັດຕະກຳເພື່ອສ້າງມູນຄ່າເພີ່ມ ແລະ ຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກ ນອກຈາກນັ້ນ ຍັງເນັ້ນສ້າງຄວາມຈະເລີນກ້າວໜ້າຢ່າງຍືນຍົງໃຫ້ກັບທຸກຊຸມຊົນທີ່ເຂົ້າໄປດຳເນີນທຸລະກິດ