ວັນທີ 15 ທັນວາ 2021 ທ່ານ ທອງລຸນ ສີສຸລິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະ ເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມປະຊາຊົນ ຊາວເມືອງສະຫນາມໄຊ ທີ່ໄດ້ຮັບຜົນກະທົບຈາກເຫດ ການຄູກັນນໍ້າສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ເມື່ອປີ 2018 ຜ່ານມາ ພິທີຕ້ອນຮັບໄດ້ຈັດຂື້ນທີ່ຫ້ອງການບ້ານດົງບາກໃໝ່ຫີນຄໍາ ໃຫ້ກຽດຕ້ອນຮັບຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື,ພ້ອມຄະນະນໍາຂອງແຂວງ,ການນໍາຂອງເມືອງສະໜາມໄຊ ຕະຫຼອດຮອດພໍ່ແມ່ປະຊາຊົນ ທີ່ປະສົບໄພພິບັດ ກໍ່ໃຫ້ການຕ້ອນຮັບ.
ໂອກາດດັ່ງກ່າວທ່ານປະທານປະເທດແຫ່ງ ສປປ ລາວ ກໍ່ໄດ້ຮັບຟັງການລາຍງານສະພາບການແກ້ໄຂຜົນກະທົບ ແລະ ການຟື້ນຟູຫຼັງໄພພິບັດ ຈາກເຫດການສັນເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ໃນປີ2018 ຜ່ານມາທີ່ເມືອງສະໜາມໄຊ ໂດຍສະເພາະໂຄງການ ກໍ່ສ້າງເຮືອນຢູ່ຖາ ວອນຈໍານວນ 700 ຫຼັງມູນຄ່າ 24 ລ້ານກວ່າໂດລາສະຫະ ລັດ ດ້ວຍທຶນຊົດເຊີຍບໍລິສັດຜູ້ພັດທະນາໂຄງການເຂື້ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ມາຮອດປະຈຸບັນສາມາດລົງມືກໍ່ສ້າງໄດ້ທັງໝົດ 700 ຫຼັງ,ທຽບໃສ່ແຜນລວມ 700 ຫຼັງປະຕິບັດໄດ້ 78%,ຕາມສັນຍາແມ່ນໃຫ້ສໍາເລັດ 100% ໃນທ້າຍປີ 2021 ນີ້,ໄດ້ສໍາເລັດ ແລະ ມອບໃຫ້ປະຊາຊົນເຂົ້າຢູ່ແລ້ວ 268 ຫຼັງ,ໃນນີ້ ບ້ານຫີນລາດ 67 ຫຼັງ,ບ້ານດອນບົກໃໝ່ແສງຈັນ 24 ຫຼັງ,ບ້ານດົງບາກ 177 ຫຼັງ,ໂຄງການ ກໍ່ ສ້າງເຮືອນ 45 ຫຼັງ ດ້ວຍທຶນຊ່ວຍເຫຼືອຈາກລັດຖະບານໄທ ມູນຄ່າ 6 ຕື້ກວ່າກີບ ສໍາເລັດ 100% ໄດ້ມອບໃຫ້ປະຊາຊົນເຂົ້າຢູ່ໝົດແລ້ວ,ໂຄງການ ກໍ່ສ້າງເຮືອນ 66 ຫຼັງ ດ້ວຍທຶນຊ່ວຍເຫຼືອຈາກລັດຖະບານຍີ່ປຸ່ນມູນຄ່າ 9 ຕື້ກວ່າກີບ ສໍາເລັດ 100% ແລະ ໄດ້ມອບໃຫ້ປະຊາຊົນເຂົ້າຢູ່ ແລ້ວ,ວຽກຟື້ນຟູການຈັດສັນອາຊີບໃຫ້ແກ່ປະຊາຊົນ ໂດຍສະເພາະ ຟື້ນຟູດິນນາເດີມຂອງປະຊາຊົນ ໃນເນື້ອທີ່ 2.263 ເຮັກຕາ,ປີນີ້ປະຊາຊົນປູກເຂົ້າຕົວຈິງມີ 1.267 ເຮັກຕາ, 1.049 ຄອບຄົວ,ເຮັດນາຢອດ 700 ເຮັກຕາ,ນາປັກດຳ 567 ເຮັກຕາ,ເກັບກູ້ຜົນຜະລິດລວມໄດ້ 3.471 ໂຕນ,ໄດ້ຟື້ນຟູການກໍ່ສ້າງລະບົບຊົນລະປະທານ 4 ແຫ່ງ ມູນຄ່າ 59 ຕື້ກວ່າກີບ,ບ້ວງທຶນຂອງບໍລິສັດ SK ປະຕິບັດສໍາເລັດປະມານ 90%,ສາມາດສະໜອງນໍ້າໃຫ້ແກ່ການຜະລິດໃນລະດູແລ້ງປີນີ້ 910 ເຮັກຕາ ແລະ ວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.
ໂອກາດດັ່ງກ່າວທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສປປລາວ ໄດ້ເນັ້ນໃຫ້ອໍານາດການປົກຄອງແຂວງ,ອໍານາດການປົກຄອງເມືອງ ສືບຕໍ່ເອົາໃຈໃສ່ປະຕິບັດບັນດາໜ້າວຽກ ທີ່ຍັງຄ້າງໂດຍການປະສານຢ່າງກົມກຽວກັນລະຫວ່າງແຂວງ ແລະ ເມືອງ ເພື່ອເຮັດໃຫ້ທຸກວຽກງານຂອງການຟື້ນຟູໄພພິບັດ ໄດ້ດໍາເນີນໄປຢ່າງມີສໍາເລັດ ພ້ອມທັງໄດ້ເນັ້ນໃຫ້ພໍ່ແມ່ປະຊາຊົນ ເປັນເຈົ້າການພັດທະນາຊີວິດການເປັນຢູ່ດ້ວຍການອອກແຮງງານ ເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ ພັດທະນາຊີວິດຄອບຄົວໃຫ້ມີຢູມີກິນ ຫຼຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ,ໂອກາດັ່ງກ່າວທ່ານປະທານປະເທດ ຍັງໄດ້ມອບເຂົ້າສານໃຫ້ປະຊາຊົນ ທີ່ປະສົບໄພພິບັນ ຢູ່ເມືອງສະໜາມໄຊ ຈຳນວນ 30 ໂຕນ ຈາກນັ້ນທ່ານ ຍັງໄດ້ເຄື່ອນໄຫວເບິ່ງໂຄງການກໍ່ສ້າງເຮືອນຢູ່ຖາວອນ ຢູ່ຈຸດດົງບາກ ແລະ ຈຸດຕໍມໍຢອດຕື່ມອີກ .
ທີ່ມາ: ຂ່າວອັດຕະປື