ກົດໄລ້ ກົດແຊຣ໌ ດວງລາຍວັນ 17 ທັນວາ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
548

ຄົນເກີດວັນຈັນ:ການ​ງານ ຈະ​ເຮັດວຽກ​ຫຍັງ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ ເພາະ​ມີ​ຄົນ​ໃກ້​ຕົວ​​ຖ້າ​ຊ່ວຍ​ເຫຼືອ ການ​ເງິນ ເບິ່ງ​ຄື​ພະຍາຍາມ​ທີ່​ຈະ​ຫາ​ລະບົບ ຫຼື ື​ວິທີ​ການ​ໃນ​ການ​ທີ່​ຈະ​ຫາ​ເງິນ​ເຂົ້າ​ມາ​ເພີ່ມ​ໃຫ້​ໄດ້ ຄວາມ​ຮັກ ມີ​ໂອ​ກາດ​ສຸກ​ສົມ​ຫວັງ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ​ກໍ​ເປັນ​ໄປ​ໄດ້​ໃນໄລຍະນີ້

ຄົນເກີດວັນອັງຄານ:ການ​ງານ​ ລະ​ວັງ​ຄວາມ​ຜິດ​ພາດ​ທີ່​ຈະ​ເກີດ​ຂຶ້ນ ແຕ່​ສຸດ​ທ້າຍ​ພໍ​ແກ້​ບັນຫາ​ຕ່າງ​ໆ ໃຫ້​ຜ່ານ​ພົ້ນ​ໄປ​ໄດ້ ກໍ​ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ຢ່າງ​ດີເລີດ ຈະ​ມີ​ຊື່​ສຽງ ກຽດຕິຍົດ ແລະ​ ໄດ້ຮັບ​ຄຳ​ຊື່ນ​ຊົມ ການ​ເງິນ​ ໃຊ້​ຄວາມ​ປະ​ຢັດ​ເອົາ​ໄວ້​ຈະ​ດີ​ທີ່ສຸດ ແຕ່​ກໍ​ໂຊ​ກດີ​ທີ່​ມີ​ຍາດ​ສະນິດ ບໍລິວານ​ໃກ້​ຕົວ​ທີ່​ມີ​ຄວາມ​ປາດຖະຫນາ​ດີ​ເຂົ້າ​ມາ​ຊ່ວຍ​ເຫຼືອ​ທາງ​ດ້ານ​ການ​ເງິນ ຄວາມ​ຮັກ​ ຍັງ​ເບິ່ງ​ໆ ຢູ່​ຫຼາຍກວ່າ​ ແລະ​ ຍັງ​ບໍ່​ຕັດ​ສິນ​ໃຈ​ເລື່ອງ​ຄວາມ​ຮັກ ເຖິງ​ແມ່ນ​ຈະ​ຮູ້​ຄວາມ​ຮູ້ສຶກ​ຂອງ​ຕົນເອງ​ວ່າ​ຕ້ອງ​ການ​ໃຜ

ຄົນເກີດວັນພຸດ:ການ​ງານ ຈະ​ພົບ​ອຸປະສັກ​ທາງ​ດ້ານ​ການ​ງານ ຕ້ອງ​ເດີນທາງ​ຕິດ​ຕໍ່ວຽກ​ງານ​ເລື້ອຍ​ຫຼາຍ ໃນໄລຍະນີ້​ວຽກ​ຫຼາຍ​ເປັນ​ພິເສດ ການ​ເງິນ​ ລະ​ມັດ​ລະ​ວັງ​ໃນ​ເລື່ອງ​ຂອງ​ການ​ໃຊ້​ຈ່າຍ ໂດຍ​ການ​ໃຊ້​ຄວາມ​ປະ​ຢັດ​ຫຼາຍ​ຂຶ້ນ ຄວາມ​ຮັກ ສຳລັບ​ຄວາມ​ສຳພັນ​ຂອງ​ຄູ່​ຮັກ​ທີ່​ກຳ​ລັງ​ຄົບ​ຫາ​ເບິ່ງ​ໃຈ​ກັນ​ຢູ່ ໄລຍະ​ນີ້​ບໍ່​ຄ່ອຍ​ມີ​ເວລາ​ໃຫ້​ກັນປານໃດ

ຄົນເກີດວັນພະຫັດ:ການ​ງານ​ ຕັດ​ສິນ​ໃຈ​ເຮັດ​ຫຍັງ​ກໍ​ປະ​ສົບ​ຄວາມ​ສຳ​ເລັດ​ດີ​ຂຶ້ນ​ໄປ​ທຸກ​ຢ່າງ ການ​ເງິນ ຫາ​ເງິນ​ໄດ້​ເລື້ອຍ​ໆ ແລະ ​ມີດວງໃນ​ການ​ສ່ຽງ​ໂຊກ​ ໃນໄລຍະນີ້ດວງດ້ານ​ການ​ເງິນ​ຄ່ອຍ​ໆ ດີ​ຂຶ້ນ ຄວາມ​ຮັກ ລະ​ວັງ​ຄວາມ​ໃຈ​ຮ້ອນ​ທີ່​ສົ່ງ​ຜົນ​ຕໍ່​ຄວາມ​ສຳພັນ​ດ້ານ​ຄວາມ​ຮັກ ເພາະ​ຈະ​ເກີດ​ການ​ຂັດ​ແຍ່ງ​ລະຫວ່າງ​ກັນ

ຄົນເກີດວັນສຸກ:ການ​ງານ​ ມີ​ຄວາມຫມັ້ນ​ໃຈ​ໃນ​ເລື່ອງ​ຂອງ​ການ​ຕັດ​ສິນ​ໃຈ​ທາງ​ດ້ານ​ການ​ງານ ສາມາດ​ສ້າງ​ຜົນ​ງານ​ໄດ້​ຕາມ​ເປົ້າ​ໝາຍ ການ​ເງີນ ຫາ​ເຂົ້າ​ມາ​ໄດ້​ຢ່າງ​ວ່ອງໄວ ແຕ່​ກໍ​ໃຫ້​ລະ​ວັງຄົນທີ່​ຈະ​ມາ​ຢືມ​ເງິນ​ແລ້ວ​ບໍ່​ຄືນ ຄວາມ​ຮັກ ບໍ່​ມີ​ເວລາ​ທຸ່ມເທ​ໃນ​ເລື່ອງ​ຂອງ​ຄວາມ​ຮັກ ຫ່າງ​ເຫີນ​ກັບ​ຄົນ​ຮັກ​ກໍ​ເປັນ​ໄປ​ໄດ້​ໃນໄລຍະນີ້

ຄົນເກີດວັນເສົາ:ການ​ງານ​ ຖ້າເຮັດວຽກ​ຮ່ວມ​ກັບ​ຮຸ້ນ​ສ່ວນ​ຈະ​ກໍ່​ໃຫ້​ເກີດ​ຄວາມ​ສຳ​ເລັດ​ໄດ້​ດີ ການ​ເງິນ ​ ມີ​ໂຊກ​ຈະ​ໄດ້​ເງິນ​ເຂົ້າ​ມາ​ເລື້ອຍ​ໆ ການເຮັດ​ບຸນ​ເລື້ອຍໆ ກໍ​ຈະ​ເຮັດໃຫ້​ຕົນເອງ​ນັ້ນ​ເກີດ​ໂຊກ​ເພີ່ມ​ຫຼາຍ​ຂຶ້ນ​ໄປ​ອີກ ຄວາມ​ຮັກ ຍັງ​ບໍ່​ຮູ້​ວ່າ​ຈະ​ເລືອກ​ໃຜ​ໃນໄລຍະນີ້ ໃຊ້​ເວລາ​ທົບ​ທວນ​ເລື່ອງ​​ເກົ່າ​ໆ ທີ່​ຜ່ານມາ​ໃນ​ອະ​ດີດ​ເພື່ອ​ຊ່ວຍ​ໃນ​ການ​ຕັດ​ສິນ​ໃຈ

ຄົນເກີດວັນອາທິດ:ການ​ງານ ເຮັດວຽກຄືປິດ​ທອງ​ຫຼັງ​ພະ ເພາະ​ວ່າ​ເຮັດ​ດີປານ​ໃດ​ບາງເທື່ອ​ກໍ​ບໍ່​ຄ່ອຍ​ມີ​ໃຜ​ເຫັນ ການ​ເງິນ​ ໃຊ້​ຈ່າຍ​ຢ່າງ​ຄ່ອງ​ຕົວ​ໃນໄລຍະນີ້ ມີ​ເລື່ອງ​ຈ່າຍ​ອອກ​ໄປ​ຢ່າງ​ວ່ອງໄວ ແຕ່​ກໍ​ຫາ​ເຂົ້າ​ມາ​ໄດ້​ເພີ່ມເຕີມ ຄວາມ​ຮັກ ຢູ່​ກັບຄົນທີ່​ສ້າງ​ຄວາມ​ສະບາຍ​ໃຈ ແລະ ​ຄວາມ​ສຸກ​ໃຫ້​ໄດ້​ຫຼາຍ​ທີ່ສຸດ​ຈຶ່ງ​ຈະ​ດີ​ໃນໄລຍະນີ້