ພິທີປະກາດ ອະໄພຍະໂທດ, ຜ່ອນໂທດ ແລະປ່ອຍຕົວນັກໂທດ ພາຍໃນແຂວງຫຼວງພະບາງ ປະຈຳປີ 2021 ໂອກາດວັນຊາດ ວັນທີ 2 ທັນວາຄົບຮອບ 46 ປີ ໄດ້ຈັດຂື້ນໃນວັນທີ 13 ທັນວາ 2021 ນີ້ ທີ່ ຄ້າຍຄຸມຂັ່ງຜູ້ຖືກໂທດ ແຂວງຫຼວງພະບາງ ໂດຍເປັນປະທານຂອງ ທ່ານ ຊົງຊົວ ຊື່ນູ ຮັກສາການຫົວໜ້າອົງການໄອຍະການປະຊາຊົນແຂວງຫຼວງພະບາງ.
ການອະໄພຍະໂທດ ຂອງຄະນະກຳມະການ ອ ະ ໄ ພ ຍ ະ ໂ ທ ດ ຂັ້ນແຂວງຫຼວງພະບາງ, ໄດ້ດໍາເນີນໄປຕາມຂັ້ນຕອນ, ລະບຽບການ ແລະເປັນໝູ່ຄະນະ, ຮັບປະກັນຄວາມຖືກຕ້ອງ, ໂ ປ່ ງ ໃ ສ, ຍຸຕິທຳ ຊຶ່ງເລີ້ມແຕ່ຂັ້ນຕອນຂອງການຄົ້ນຄ້ວາຄັດເລືອກ ໄ ຈ້ ແຍກຜູ້ທີ່ກ້າວໜ້າ ແລະການຄົ້ນຄ້ວາຕົກລົງ ນໍາສະເໜີບັນຊີລາຍຊື່ ນັ ກ ໂ ທ ດ ທີ່ເຫັນວ່າມີເງື່ອນໄຂ ຜ່ານການຄົ້ນຄ້ວາ ໄດ້ມີ ນັ ກ ໂ ທ ດ ທີ່ໄດ້ຮັບການອະໄພ ຍ ະ ໂ ທ ດ ຜ່ ອ ນ ໂ ທ ດ ແລະປ່ອຍຕົວຕາມລັດຖະດໍາລັດຂອງປະທານປະເທດ ໃນປີ 2021 ຈໍານວນ 92 ຄົນ, ຍິງ 13 ຄົນ, ໃນນັ້ນ ມີ ນັ ກ ໂ ທ ດ ທີ່ໄດ້ເງື່ອນໄຂລຸດຜ່ອນ ໂ ທ ດ ຈຳ ນວນ 89 ຄົນ, ຍິງ 13 ຄົນ, ເປັນ ນັ ກ ໂ ທ ດ ຂໍ້ ຫ າ ຢ າ ເ ສ ບ ຕິ ດ 75 ຄົນ, ຍິງ 8 ຄົນ ໄດ້ຮັບການ ຜ່ ອ ນໂ ທ ດ 9 ເດືອນ, ນັ ກ ໂ ທ ດ ທີຖຶກ ສ າ ນ ຕັ ດ ສິ ນ ຕັ ດ ອິດ ສ ະ ລ ະ ພ າ ບ ຕ ະ ຫຼ ອ ດ ຊີ ວິ ດ 06 ຄົນ ໃຫ້ສືບຕໍ່ປະຕິ ບັ ດ ໂ ທ ດ 20 ປີ ແລະນັກໂທດຂໍ້ຫາທົ່ວໄປ 14 ຄົນ ຍີງ 5 ຄົນ ໄດ້ຫຼຸດຜ່ອນ ໂ ທ ດ ໂ ທ ດ 1 ປີ, ສ່ວນ ນັ ກ ໂ ທ ດ ທີ່ໄດ້ເງື່ອນໄຂປ່ອຍຕົວ ມີຈໍານວນ 03 ຄົນ.
ການປະກາດອະ ໄ ພ ຍ ະ ໂ ທ ດ, ຜ່ ອ ນ ໂ ທ ດ ແລະ ປ່ອຍຕົວ ນັ ກ ໂ ທ ດ ພາຍໃນແຂວງຫຼວງພະບາງ ປະຈໍາປີ 2021 ຄະນະກໍາມະການ ອ ະ ໄ ພ ຍ ະ ໂ ທ ດ ໄດ້ເກັບຄ່າປັບໃໝ ແລະ ຄ່ າເ ສັ ຍ ຫ າ ຍ ທີ່ ນັ ກ ໂ ທ ດ ຊຳລະໃນຂັ້ນຄົ້ນຄວ້າ-ສະເໜີ ໃຫ້ອ ະ ໄ ພ ຍ ະ ໂ ທ ດ ປະຈຳປີ 2021 ມີ ຄ່ າເ ສັ ຍ ຫ າ ຍ ທາງແພ່ງ 23.425.000 ກີບ-ຄ່າປັບໃໝທາງອາຍາ 238.840.000 ກີບ.
Cr: ອຸ່ນເຮືອນ ສີລັດຕະນະ