ຜັກປັງ ກິນແລ້ວນານເຖົ້າ ຕ້ານມະເຮັງ! ປັງປັງ

0
531

ເມື່ອຮູ້ເຖິງຄຸນປະໂຫຍດຂອງຜັກປັງທຸກຄົນຕ້ອງໄດ້ຟ້າວຫາມາກິນແລ້ວລະ!!!
ເພາະຜັກປັງມີຄຸນຄ່າສານອາຫານທີ່ຈໍາເປັນຕໍ່ຮ່າງກາຍຫຼາຍຊະນິດ


1 ເບຕ້າແຄໂຣທີນ ຊ່ວຍບໍາລຸງສາຍຕາ ຊ່ວຍຄົງສະພາບຄວາມແຂງແຮງຂອງເຍື່ອເມືອກ ແລະ ຜິວໜັງ.
2 ວິຕາມິນຊີ ຊ່ວຍໃຫ້ຜິວພັນໃສສຸຂະພາບດີເພາະເປັນວິຕາມິນທີ່ຈໍາເປັນໃນການສ້າງຄໍລາເຈນ ແລະ ຊ່ວຍໃຫ້ຮ່າງກາຍແຂງແຮງ.
3 ທາດການຊຽມ ຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກ ແລະ ແຂ້ວ ພ້ອມທັງຊ່ວຍປ້ອງກັນພະຍາດກະດູກຜ່ອຍ
4 ແມັກນີຊຽມ: ເປັນທາດແຮ່ທີ່ມີບົດບາດສໍາຄັນຕໍ່ການເຮັດວຽກຂອງເອັນໄຊໃນຮ່າງກາຍຫຼາຍກວ່າ 300 ຊະນິດ ຊ່ວຍໃນການເຮັດວຽກຂອງປະສາດ ແລະ ກ້າມຊີ້ນ.
5 ມິວຊິນ: ເປັນສານເມືອກທີ່ພົບໃນມັນເຂົ້າກໍ່າ, ມັນມ້ວງ ແລະ ໝາກສົ້ມພໍດີຂຽວ ສານຊະນິດນີ້ຊ່ວຍເສີມສ້າງຄວາມແຂງແຮງຂອງຜິວໜັງກະເພາະອາຫານ ແລະ ເສີມສ້າງພູມຕ້ານທານແກ່ຮ່າງກາຍ.
ເນື່ອງຈາກວ່າໃນຜັກປັງມີ ວິຕາມິນຊີ ແລະ ເບຕ້າແຄໂຣທີນ ເປັນຈໍານວນຫຼາຍຈຶ່ງເຮັດໃຫ້ມີຄຸນສົມບັດໃນການຕ້ານອະນະມູນອິດສະຫຼະ ເຮັດໃຫ້ນານເຖົ້າ ແລະ ຍັງຊ່ວຍປ້ອງກັນພະຍາດຕ່າງໆເຊັ່ນ ຄວາມດັນເລືອດສູງ, ພະຍາດຫົວໃຈ ແລະ ຍັງມີການສຶກສາທີ່ຄົ້ນພົບວ່າ ເບຕ້າແຄໂຣທີນສາມາດປ້ອງກັນມະເຮັງໂຜ້ງປາກໄດ້.
ຈາກ: ລາວພັດທະນາ