ເຈົ້າໜ້າທີ່ອອກກວດກາລາດຕະເວນ ພົບກຸ່ມໄວລຸ່ນຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນິກ

0
581

ເວລາ 20:00 ໂມງ ຂອງວັນທີ 16 ທັນວາ ກໍາລັງກອງພັນປ້ອງກັນເຄື່ອນທີ່ໄວ ນະຄອນຫຼວງວຽງຈັນ ໄດ້ອອກກວດກາລາດຕະເວນ ຕາມຂອບເຂດ 4 ເມືອງໃນນະຄອນຫຼວງວຽງຈັນ ພໍຮອດເຂດເສັ້ນທາງບືງທາດຫຼວງ ພົບເຫັນໄວລຸ້ນຈໍານວນ 4 ຄົນ ຂັບຂີ່ລົດກວນເມືອງ ແລະ ດັດແປງສະພາບເຕັກນິກ ໂດຍໃສ່ທໍ່ທີ່ມີສຽງດັງ, ບໍ່ໃສ່ແວ່ນສອງຂ້າງ ດັ່ງນັ້ນ ຈິ່ງໄດ້ນໍາເອົາລົດຈັກຈໍານວນ 4 ຄັນ ມາຮັກສາໄວ້ຢູ່ ກອງພັນປ້ອງກັນເຄື່ອນທີ່ໄວ ນວ.

ສໍາລັບໄວລຸ້ນທັງ 4 ຄົນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມກ່າວເຕືອນ ແລະ ມອບໃຫ້ຜູ້ປົກຄອງສືບຕໍ່ຕິດຕາມ ສ່ວນລົດແມ່ນໃຫ້ນໍາເອົາເອກະສາມາຢັ້ງຢືນຄວາມຖືກຕ້ອງ ຈິ່ງຈະມອບຄືນເຈົ້າຂອງ.

ກອງບັນຊາການ ປກສ ນວ ຮຽກຮ້ອງມາຍັງທຸກຄົນໃນສັງຄົມ ປະຕິບັດພັນທະປະກອບສວນເຂົ້າໃນວຽກງານ ປ້ອງກັນຄວາມສະຫງົບ ຖ້າພົບເຫດການໃດທີ່ມີຄວາມສ່ຽງໃຫ້ເກີດປະກົດການຫຍໍ້ທໍ້ ສາມາດແຈ້ງເຂົ້າເບີວອດແອັບ ປກສ ນວ 02028899774 ຕະຫຼອດ 24 ຊົ່ວໂມງ ຫຼື ຜ່ານທາງເຟັສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.