ໃນວັນທີ 19 ທັນວາ 2021 ທີ່ສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນ, ວັນຊີນ ແອສຕຣາເຊນີກາ 1 ແສນໂດສ, ໄດ້ເດີນທາງມາຮອດລາວແລ້ວ ແລະ ອີກ 9 ແສນໂດສ ແມ່ນຈະເດີນ ທາງມາຮອດ ສປປ ລາວ ໃນມໍໆນີ້.
ວັກຊິນຈຳນວນດັ່ງກ່າວ, ໂດຍໄດ້ຮັບການຊ່ວຍເຫລືອ ຈາກລັດຖະບານອົດສະຕຣາລີ ໃຫ້ ສປປ ລາວ ໃນການຄວບຄຸມ, ຕ້ານ ແລະ ສະກັດກັ້ນໂຄວິດ, ໂດຍການລໍຖ້າຮັບຂອງ ທ່ານ ແດນ ເຮວເດິນ (Dan Heldon) ຜູ້ຮັກສາການທູດ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ດຣ. ຈັນຖະໜອມ ມະນີທິບ ຫົວໜ້າຫ້ອງການ ກະຊວງສາທາລະນະສຸກ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ເມື່ອເດືອນພຶດສະພາ ທີ່ຜ່ານມາ, ທ່ານ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ອົດສະຕຣາລີ ປະຈຳ ສປປ ລາວ ໄດ້ປະກາດໃຫ້ການຊ່ວຍເຫລືອວັກຊິນ ຈຳນວນ 1 ລ້ານ ໂດສ ໃຫ້ແກ່ ສປປ ລາວ. ພ້ອມນີ້, ລັດຖະບານອົດສະຕຣາລີ ຍັງໄດ້ໃຫ້ການຊ່ວຍເຫລືອອຸປະກອນ ແລະ ເຄື່ອງມືກວດຫາເຊື້ອໂຄວິດມູນຄ່າ 15,4 ຕື້ກີບ (2.250.000 ໂດລາອົດສະຕຣາລິ) ໃຫ້ແກ່ ສປປ ລາວ, ໂດຍຜ່ານອົງການອະນາໄມໂລກ (WHO), ເຊິ່ງແມ່ນການຊ່ວຍເຫລືອເພີ່ມຕື່ມ ຂອງປະເທດອົດສະ ຕຣາລີ ຈຳນວນ 111,6 ຕື້ກີບ (16,2 ລ້ານໂດລາອົດສະຕຣາລີ) ໃຫ້ແກ່ລັດຖະບານລາວ ດ້ານວັກຊິນກັນພະຍາດໂຄວິດ-19, ໂດຍໄດ້ຈັດພິທີມອບ-ຮັບ ທີ່ກະຊວງສາທາລະນະສຸກ ເມື່ອວັນທີ 26 ສິງຫາ 2021 ທີ່ຜ່ານມາ.
ຂ່າວ-ພາບ : ສົມຫວັງ