ອຸຕຸເຕືອນ!!! ໃຫ້ເຝົ້າລະວັງສະພາບອາກາດໜາວ

0
530

ອຸຕຸເຕືອນ!!! ໃຫ້ເຝົ້າລະວັງສະພາບອາກາດໜາວໃນໄລຍະຕົ້ນອາທິດ ວັນທີ 20 ຫາ 22 ທັນວາ 2021 ມວນອາກາດໜາວເຢັນຈາກປະເທດຈີນຈະມີກໍາລັງແຮງແຜ່ ລົງມາປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຊື່ງຈະເຮັດໃຫ້ອຸນຫະພູມອາກາດໜາວເຢັນລົງ 2 ຫາ 4

ອົງສາ ພ້ອມມີໝອກບາງປົກຫຸ້ມໃນຕອນກາງຄືນ ຫາ ຕອນເຊົ້າຢູ່ໃນ ແຕ່ລະພາກໂດຍສະເພາະຢູ່ເຂດພູດອຍບັນດາແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຍັງ ຈະໜາວເຢັນ ຫາ ໜາວຫຼາຍ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອໍານາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິ ກຽມພ້ອມຮັບມືກັບສະພາບການປ່ຽນແປງໄວຂອງ

ອຸນຫະພູມ, ອາກາດໜາວເຢັນຫຼາຍ ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນປະຈໍາ