ພາຍຫຼັງທີ່ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ພ້ອມດ້ວຍການນຳຂອງແຂວງ ສຳເລັດການ ເຂົ້າຮ່ວມກອງປະຊຸມຂັ້ນສູງ ລະຫວ່າງ ແຂວງຄຳມ່ວນ ສປປ ລາວ ກັບ ແຂວງກວາງບິ່ງ ສສ ຫວຽດນາມ ທີ່ດ່ານສາກົນ ນາເພົ້າ-ຈາຫຼໍ ວັນທີ 17 ທັນວາ 2021 ທ່ານເຈົ້າແຂວງ ພ້ອມດ້ວນຄະນະກໍ່ໄດ້ແວ່ ຕິດຕາມການ ກໍ່ສ້າງຂົວຂ້າມນໍ້າພີດ ທີ່ບ້ານໂຄກສະຫວ່າງ ເມືອງຍົມມະລາດ ໂດຍມີທ່ານ ບຸນທັນ ສຸວັນນະລາດ ເຈົ້າເມືອງຍົມມະລາດ ຮ່ວມຕິດຕາມນໍາ.
ຂົວນໍ້າພີດ ເມືອງຍົມມະລາດ ເປັນປະເພດຂົວເບຕົງປະສົມໄມ້, ມີຄວາມຍາວ 115 ແມັດ, ກວ້າງ 3,5 ແມັດ, ຕາມການຄິດໄລ່ເບື້ອງຕົ້ນແມ່ນສາມາດຮັບນໍ້າໜັກໄດ້ 3,5 ໂຕ່ນ, ລວມມູຄ່າການກໍ່ສ້າງແມ່ນ 1,08 ຕື້ກວ່າກີບ ເຊິ່ງໄດ້ຮັບການປະກອບສ່ວນຈາກຫຼາຍພາກສ່ວນ ທັງພາກລັດ ແລະ ເອກະຊົນ ໂດຍນໍາໃຊ້ແຮງງານ ຂອງພໍ່ແມ່ປະຊາຊົນໃນການຈັດຕັ້ງປະຕິບັດ ສຳລັບການຈັດຕັ້ງປະຕິບັດແມ່ນໄດ້ແບ່ງອອກເປັນ 2 ໄລຍະຄື: ໄລຍະທີ່ 1 ເລີ່ມແຕ່ວັນທີ 17-31 ພຶດສະພາ 2021 ແລະ ໄລຍະທີ່ 2 ແມ່ນເລີ່ມແຕ່ວັນທີ 10 ພະຈິກ ແລະ ໄດ້ສຳເລັດການກໍ່ສ້າງໃນວັນທີ 15 ທັນວາ 2021 ໂດຍຈະໄດ້ມີພິທີ ມອບ-ຮັບ ແລະ ເປີດການນຳໃຊ້ຢ່າງເປັນ ທາງການໃນໄວໆນີ້ ເຊິ່ງຈະສ້າງຄວາມສະດວກສະບາຍໃນການໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ຂອງພໍ່ແມ່ປະຊາຊົນ ບ້ານໂຄກສະຫວ່າງ ເມືອງຍົມມະລາດ ແລະ ບັນດາບ້ານອ້ອມຂ້າງ.