ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ກະຊວງປ້ອງກັນຄວາມສະຫງົບ ອອກແຈ້ງການໃຫ້ເພີ່ມທະວີຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໃນງານສຳຄັນຕ່າງໆຂອງພັກ-ຂອງຊາດ, ງານບຸນນໍເປເຈົ້າ, ບຸນກະເລີ່, ປີໃໝ່ສາກົນ, ປີໃໝ່ຈີນ-ຫວຽດນາມ ປີ 2021-2022.ເພື່ອຮັບປະກັນໃຫ້ມີຄວາມສະຫງົບປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ການ
ຈັດຕັ້ງປະຕິບັດບັນດາແຈ້ງການ, ຄຳສັ່ງກ່ຽວກັບການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ທີ່ລັດຖະບານວາງອອກໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ເຂັ້ມງວດ, ງານສໍາຄັນຕ່າງໆຂອງພັກຂອງຊາດ, ງານບຸນນໍເປເຈົ້າ, ບຸນກະເລີ່, ປີໃໝ່ສາກົນ, ປີໃໝ່ຈີນ-ຫວຽດນາມ ແລະ ງານສຳຄັນຕ່າງໆ. ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ, ຈຶ່ງອອກແຈ້ງການດັ່ງນີ້:
1. ແຕ່ລະຄົນ, ແຕ່ລະຄອບຄົວ, ແຕ່ລະບ້ານ, ສຳນັກງານອົງການ, ໂຮງຈັກ, ໂຮງງານ, ໂຮງຮຽນ, ໂຮງໝໍເລົ້າສາງ, ກົມກອງທະຫານ, ກົມກອງຕໍາຫຼວດ, ການຈັດຕັ້ງສາກົນ ແລະ ການຈັດຕັ້ງສັງຄົມທຸກພາກສ່ວນຕ້ອງຍົກສູງສະຕິເຄົາລົບ ແລະ ປະຕິບັດຕາມລັດຖະທຳມະນູນ, ກົດໝາຍ, ບັນດາແຈ້ງການ, ຄຳສັ່ງຂອງສູນກາງ ແລະທ້ອງຖິ່ນໃນການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງເຂັ້ມງວດ.
2. ຍົກສູງສະຕິລະວັງຕົວ ປົກປັກຮັກສາຊັບສົມບັດຂອງຕົນໃຫ້ດີ,ເອົາໃຈໃສ່ກວດກາສະຖານທີ່ເຮືອນຊານເຄຫາສະຖານ, ບ່ອນຢູ່ອາໃສ ເພື່ອຮັບປະກັນບໍ່ໃຫ້ມີຊ່ອງຫວ່າງພາໃຫ້ເກີດອັກຄີໄພຈາກ ການຈູດທູບ-ທຽນ ບູຊາບຸນປະເພນີ, ສະຫຼອງປີໃໝ່ສາກົນ ຫຼື ກໍ່ເຫດອຊະຍະກຳ ທາງອາຍາ, ປຸ້ນຈີ້, ຊີງຊັບ, ລັກຊັບ, ກໍ່ອາລະວາດຕີກັນ ແລະ ອື່ນໆ ຈາກພວກກຸ່ມຄົນບໍ່ດີ.3. ເອົາໃຈໃສ່ນໍາພາເຮັດວຽກງານປ້ອງກັນເວນຍາມສຳນັກງານ-ອົງການ, ກຸ່ມບ້ານ, ກວດກາລາດຕະເວນແກ້ໄຂປະກົດການທີ່ບໍ່ດີຕ່າງໆໃນສັງຄົມ, ຮັບປະກັນຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນເຂດຄວບຄຸມຂອງຕົນໃຫ້ດີ ພ້ອມມາດຕະການອື່ນໆດັ່ງແຈ້ງການລຸ່ມນີ້