ເຜີຍ 7 ເຫດຜົນ! ເປັນຫຍັງຜູ້ຊາຍຈຶ່ງບໍ່ກ້າ ຈີບຄົນງາມໆ

0
502

WHYYY!! ເປັນຫຍັງຜູ້ຊາຍຄືບໍ່ກ້າຈີບຜູ້ຍິງງາມ ຍ້ອນຫຍັງເຄີຍສົງໄສ ແລະ ຕັ້ງຄໍາຖາມໄວ້ບໍ່ ເພາະຄົນທີ່ໂສດສ່ວນຫຼາຍບາງຄັ້ງເປັນຄົນງາມໆ ຫຼໍ່ໆ ແຕ່ບໍ່ມີແຟນ ເພາະສາເຫດດ ຫຼື ອາດຍ້ອນຄິດວ່າຄົນງາມນັ້ນມີແຟນແລ້ວ ເຮົາບໍ່ສົມເພິ່ນບໍ້ ຫຼື ແນວໃດ ມາຮູ້ 7 ເຫດຜົນ ຫຼື ສາເຫດນີ້ວ່າແມ່ນບໍ່

7 ຢ້ານເອົາໃຈບໍ່ຖືກ ເພາະຄົນງາມສ່ວນຫຼາຍມັກຖືກເບິ່ງວ່າ ຄົນງາມມັກເອົາແຕ່ໃຈເອົາໃຈຍາກ, ກິນຍາກ, ນຸ່ງຍາກ ຫຼາຍເລື່ອງ (ແມ່ນຫຼໍືບໍ່)
6 ຢ້ານຕ້ອງໄດ້ເປໜັກ ຈ່າຍໜັກ ໝົດເງິນຫຼາຍກັບຄົນງາມ ເພາະເສື້ອຜ້າ, ເຄື່ອງໃຊ້ຕ້ອງລະດັບໜຶ່ງ ອີກຢ່າງມັກສວຍມັກງາມ ແນ່ນອນລະຕ້ອງແພງແນ່ນອນສໍາລັບການເຮັດງາມວ່າຊັ້ນ

5 ຢ້ານຖືກຖິ້ມ ເພາະມື້ໃດມື້ໜຶ່ງບໍ່ໄດ້ດັ່ງໃຈ ຄົນງາມກໍຈະໄປຈາກເຮົາ ເພາະເຂົາເປັນຄົນງາມມີຕົວເລືອກຫຼາຍ ເພາະຄິດແນວນີ້ເລີຍບໍ່ໄດ້ແຟນງາມ

4 ຄູ່ແຂ່ງຫຼາຍອີກ ເຮົາຈະຮັກຫຼາຍກວ່າ ແຕ່ໃຫ້ນ້ອຍກວ່າຄົນອື່ນໆ ກໍບໍ່ສູ້ຄົນອື່ນທີ່ມີທຶນ ກໍາລັງ ແລະ ເວລາຫຼາຍກວ່າ ນັ້ນລະຢ້ານສູ້ຄົນອື່ນບໍ່ໄດ້ ຄູ່ແຂ່ງຫຼາຍ ທັງໆທີ່ອາດບໍ່ແມ່ນ ຂໍພຽງຈິງໃຈສະເໝີຕົ້ນສະເໝີປາຍ
3 ຄົນງາມມັກຍິ່ງ ເປັນຄົນງາມທີ່ບໍ່ຄ່ອຍສົນໃຈນໍາຜູ້ໃດງ່າຍໆ ແຕ່ຄວາມຈິງອາດບໍ່ແມ່ນ

2 ຕ້ອງພໍ້ແຮງກົດດັນ ຫຼາຍຢ່າງມູ່ເພື່ອນ, ຄອບຄົວ ແລະ ສັງຄົມອື່ນໆ
1 ຄົນງາມຕ້ອງມີແຟນແລ້ວ

ນັ້ນລະຄົນງາມເລີຍບໍ່ຄ່ອຍມີໃຜກ້າຈີບ ແມ່ນບໍ່ ແມ່ນບໍ່