ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ຮັນ ຄລຸກ ຜູ້ອຳນວຍການປະຈຳພາກພື້ນເອີຣົບ ອົງການອະນາໄມໂລກ ອອກມາເຕືອນໃນວັນທີ 21 ທັນວາຜ່ານມາວ່າ ການເພີ່ມຂຶ້ນຢ່າງໄວວາຂອງຜູ້ຕິດເຊື້ອໂຄວິດ-19 ສາຍພັນໂອໄມຄຣອນ ໃນທະວີບເອີຣົບ ອາດເຮັດໃຫ້ລະບົບສາທາລະນະສຸກຂອງອເອີຣົບປະເຊີນກັບວິກິດ ໂດຍຂະນະນີ້ ເຊື້ອກາຍພັນໂອໄມຄຣອນໄດ້ລະບາດໄປເກືອບທົ່ວເອຣົບແລ້ວ, ຫຼາຍປະເທດໄດ້ກາຍເປັນສາຍພັນຫຼັກໄປແລ້ວ.
ອົງການອະນາໄມໂລກເຕືອນວ່າ ພາຍໃນອີກບໍ່ພໍເທົ່າໃດອາທິດຂ້າງໜ້ານີ້ ເຊື້ອໄວຣັສໂອໄມຄຣອນ ຈະກາຍເປັນສາຍພັນຫຼັກລະບາດໃນເອີຣົບ ແລະ ລະບາດໄວວາດັ່ງພາຍຸ ເຊິ່ງຈະສົ່ງຜົນໃຫ້ລະບົບສາທາລະນະສຸກຂອງບັນດາປະເທດໃນເອີຣົບອາດປະເຊີນກັບວິກິດການ ຈຶ່ງຮຽກຮ້ອງມາຍັງລັດຖະບານບັນດາປະເທດໃນທະວີບເອີຣົບຈົ່ງກຽມຄວາມພ້ອມ ເພື່ອຮັບມືກັບຈຳນວນຜູ້ຕິດເຊື້ອເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍໃນອີກບໍ່ພໍເທົ່າໃດອາທິດຂ້າງໜ້ານີ້. ພ້ອມທັງຮຽກຮ້ອງໃຫ້ປະຊາຊົນເອີຣົບໄປສັກວັກຊີນໃຫ້ຫຼາຍທີ່ສຸດ ລວມທັງສັກເຂັມທີ 3 ຫຼື ເຂັມກະຕຸ້ນ.
ທ່ານ ຮັນ ຄລຸກ ກ່າວອີກວ່າ: ອາການຂອງຜູ້ຕິດເຊື້ອໂອໄມຄຣອນ ສ່ວນໃຫຍ່ຍັງຄ້າຍຄືກັນກັບການຕິດເຊື້ອສາຍພັນທົ່ວໄປ ເຊັ່ນ: ໄອ, ເຈັບຄໍ ແລະ ມີໄຂ້ ແລະ ຜູ້ຕິດເຊື້ອສ່ວນໃຫຍ່ຢູ່ໃນໄວໜຸ່ມສາວ ແລະ ໄວຄົນເຮັດວຽກ.