ກັກເປົ້າໝາຍລັກລົດຈັກໄດ້ 1 ຄົນ ຢູ່ເສັ້ນທາງຕັດໃໝ່ເຂດບ້ານໜອງບຶກໃຕ້

0
519

ກັກເປົ້າໝາຍລັກລົດຈັກໄດ້ 1 ຄົນ ຢູ່ເສັ້ນທາງຕັດໃໝ່ເຂດບ້ານໜອງບຶກໃຕ້ ທ້າວ ຕຸ້ຍ ອາຍຸ 25 ປີ ວ່າງງານ ບ້ານເກີດ ຫີນຄຸນ ເມືອງແອດ ແຂວງຫົວພັນ ມາຊອກວຽກເຮັດຢູ່ນະຄອນຫຼວງວຽງຈັນ, ຖືກເຈົ້າໜ້າທີ່ຈັບຕົວ ຢູ່ເສັ້ນທາງຕັດໃໝ່ ເຂດບ້ານໜອງບຶກໃຕ້ ເມືອງສີໂຄດຕະບອງ ນວ ພ້ອມຂອງກາງລົດຈັກ ໃນຂໍ້ຫາລັກຊັບພົນລະເມືອງ.

ເຈົ້າໜ້າທີ່ ປກສ ກຸ່ມໜອງບຶກ ໃຫ້ຮູ້ວ່າ: ໃນວັນທີ 19 ທັນວາ 2021, ພວກເຮົາໄດ້ສົມທົບກັບພາກສ່ວນກ່ຽວຂ້ອງອອກກວດກາຄວາມເປັນລະບຽບຮຽບຮ້ອຍ ຕາມຂອບເຂດຮັບຜິດຊອບ ພໍຮອດຈຸດດັ່ງກ່າວ ໄດ້ພົບເຫັນ ຊາຍຄົນໜຶ່ງ ນອນຢູ່ຕູບແຄມທາງຕັດໃໝ່ ເຂດບ້ານໜອງບຶກໃຕ້ ເມືອງສີໂຄດຕະບອງ ນວ ຈິ່ງໄດ້ກວດຄົ້ນ ພົບເຫັນລົດຈັກ 1 ຄັນ, ສືບຮູ້ວ່າ ຜູ້ກ່ຽວເຄີຍເສບຢາເສບຕິດ.

ດັ່ງນັ້ນ ເຈົ້າໜ້າທີ່ ປກສ ກຸ່ມ ໄດ້ນໍາຕົວຜູ້ກ່ຽວສົ່ງໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ນວ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.