ປາດໂທ! ບຸ໋ມ ປະນັດດາ ດາລາໄທ ເຜີຍ ຕົນເຄີຍຄົບຊ້ອນ ເຖິງ 33ຄົນພ້ອມກັນ

0
514

ເອີ້ນໄດ້ວ່າເລື່ອງນີ້ການເປັນໄວຣັລ ໃນສື່ອອນລາຍຕອນນີ້ເລີຍກໍ່ວ່າໄດ້ ສໍາລັບຂ່າວສາວບຸ໋ມ ປະນັດດາ ນາງສາວໄທ ທັງເປັນດາລາ ນັກສະແດງ ພິທີກອນຊື່ດັງຂອງໄທ.

ໂດຍເລື່ອງທີ່ເກີດຂຶ້ນນີ້ ແມ່ນສືບເນື່ອງມາຈາກຂ່າວຂອງສາວມາເລເຊຍທີ່ໄດ້ນໍາປື້ມບັນທຶກຮັກຂອງເອື້ອຍ ເຊິ່ງເກີດຂຶ້ນສະໄໝຮຽນມັດທະຍົມປາຍ ເປັນໄລຍະເວລາ 3ປີ ຊ່ວງມ 4-5-6.

ໂດຍຜູ້ເປັນນ້ອງສາວໄດ້ນໍາເອົາປື້ມດັ່ງກ່າວອອກມາເປີດເຜີຍ ທີ່ມີທັງຊື່ນາມສະກຸນ ແລະ ເບີ, ວັນທີເລີ່ມຕົ້ນຄົບ ແລະ ຈົຍຄວາມສໍາພັນ ລຽງຍາວໄປເຖິງ 40ຄົນ ເຊິ່ງຄົນທີ່ຄົບກໍ່ມີອາຍຸຫຼາຍສຸດເຖິງ 25ປີ ແລະ ໜ້ອຍສຸດ 13ປີ.

ເຊິ່ງງານນີ້ ບຸ໋ມ ປະນັດດາ, ອັ໋ນ ພູວະນາດ ແລະ ແກ້ມບຸ໋ມ ປຣີນະດາ ພິທີກອນລາຍການ ແຊະ ທີ່ CHANGE2561 ຮ່ວມກັບອໍາມະຣິນ ທີວີ ເອສດີ 34 ກໍ່ໄດ້ນໍາເອົາຂ່າວນີ້ມາເວົ້າໃສ່ກັນເອງ ວ່າໃຜເຄີຍຄົບຊ້ອນບໍ່ ຫຼື ຄົບຫຼາຍສຸດຈັກຄົນ ແຕ່ເລື່ອງນີ້ຕ້ອງມອບມົງກຸດໃຫ້ສາວບຸ໋ມ ເລີຍ.

ເມື່ອຄໍາຕອບຂອງນາງຄື ເຄີຍຄົບຊ້ອນເຖິງ 33ຄົນ, ເຊິ່ງ ໃນຈໍານວນນີ້ແມ່ນ ກໍານົດໃຫ້ວ່າຄົບກັນ ແຕ່ຫາກບໍ່ໄດ້ຄົບ ພຽງລົມຜ່ານໆນັ້ນ ເປັນ 100ຄົນ ເອີ້ນໄດ້ວ່າ ຄວາມງາມລະດັບລາງວັນນາງສາວໄທມາກາຣັນຕີຂະໜາດນີ້ ກໍ່ຖຽງເພິ່ນບໍ່ອອກອີຫຼີ.