ລ່າສຸດພົບແລ້ວ..!! 2 ສາວ ໄປຂຸດມັນ ຫຼົງຫາຍໄປໃນປ່າແບບລຶກລັບ
ຂໍອະນຸຍາດແຈ້ງຂ່າວຈາກຈາກເຟສບຸກ Taiy Xaymanee ໄດ້ໂພສຂໍ້ມູນເພີ່ມເຕີມວ່າ :ເຫດການມື້ວານນີ້ ຕອນນີ້ແມ່ນໄດ້ພົບເຫັນທັງສອງຄົນແລ້ວ ຄົນໜຶ່ງແມ່ນເສຍຊິວິດ ສ່ວນອີກຄົນແມ່ນບາດເຈັບສາຫັດ ຄົນທີ່ເສຍຊິວິດແມ່ນຖືກກ້ອນຫີນແລະຄ້ອນທຸບ ສ່ວນຜູ້ທີ່ເຈັບສາຫັດແມ່ນຖືກພ້າຟັນຕາມຮ່າງກາຍ
ຕອນນີ້ໄດ້ນຳສົ່ງຄົນເຈັບໄປໂຮງໝໍແລ້ວ ສ່ວນຜູ້ຕ້ອງຫາກໍ່ຖືກເຈົ້າໜ້າທີ່ຈັບໂຕແລ້ວ ເນື່ອງຈາກວ່າໄດ້ຂໍ້ມູນຈາກຜູ້ທີ່ບາດເຈັບສາຫັດ ແຕ່ຍັງບໍ່ທັນຮູ້ເຖີງແຮງຈູງໃຈໃນການລົງມືຂ້າແລະທຳຮ້າຍຮ່າງກາຍເທື່ອ
ສ່ວນສາເຫດທີ່ລົບໂພສມື້ວານນີ້ແມ່ນຍ້ອນວ່າຢ້ານຂໍ້ມູນຮົ່ວໄຫຼຍ້ານຄົນຮ້າຍໄຫວຕົວທັນເພາະບໍ່ທັນຮູ້ໂຕຄົນຮ້າຍເທື່ອ ສ່ວນລາຍລະອຽດອື່ນໆແມ່ນຈະແຈ້ງຕາມຫຼັງ ຫຼັງຈາກທີ່ຜູ້ບາດເຈັບຫາຍດີ ຂໍຂອບໃຈ