ຂ່າວດ່ວນ ຈັບໄດ້ແລ້ວ ຜູ້ກໍ່ເ ຫດ ຄາດ ຕ ະກຳໂ ຫ ດ ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ

0
392

ຂ່າວດ່ວນ ຈັບໄດ້ແລ້ວ ຜູ້ກໍ່ເຫດຄາດຕະກຳໂຫດ ມີຜູ້ເສຍຊີວິດ 1 ຄົນ ແລະ ບາດເຈັບສາຫັດ 1 ຄົນ

ເຈົ້າຫນ້າທີ່ຕຳຫຼວດ ປກສ.ແຂວງສາລະວັນ ກັກຕົວທ້າວຕັງ ທີ່ລົງຄາດຕະກຳແບບປ່າເຖື່ອນ ເສຍຊີວິດ 1 ຄົນ ບາດເຈັບສາຫັດ 1 ຄົນ. ເມື່ອວັນທີ 22/12/21 ທີ່ຜ່ານມາມີເຫດຄາດຕະກຳໂຫດ ແລະ ມີຜູ້ເສຍຊີວິດ 1ຄົນ ບາດເຈັບສາຫັດ 1 ຄົນ ຜູ້ເສຍຊີວິດຄື ນາງຈິກ ອາຍຸ 21 ປີ ຜູ້ບາດເຈັບສາຫັດ ນາງອື່ງ ອາຍຸ 18 ປີ ທັ້ງສອງເປັນຄົນ ບ້ານລະວາງ ເມືອງສາລະວັນ ແຂວງສາລະວັນ

ຈາກຂໍ້ມູນຂອງຍາດໄດ້ເລົ່າເຫດການໃຫ້ຜູ້ສື່ຂ່າວຟັງວ່າຜູ້ເຄາະຮ້າຍເພດຍິງ 2 ຄົນ ຄື ນາງຈິກ(ຜູ້ສຍຊີວິດ) ແລະ ນາງອຶ່ງ(ຜູ້ທີ່ບາດເຈັບສາຫັດ) ໄດ້ອອກໄປສວນມັນຕົ້ນເຊົ້າຂອງວັນພຸດ 22/12/2021 ແຕ່ບໍ່ໄດ້ກັບມາເຮືອນເລີຍຄອບຄົວໄດ້ອອກໄປນຳຫາແຕ່ກໍ່ບໍ່ພົບ ຈົນຮອດວັນທີ 23/12/2021

ໄດ້ພົບເປັນສົບ 1 ຄົນເພດຍິງ ແລະ ບາດເຈັບສາຫັດ1ຄົນ ລອດຊີວິດຍ້ອນເຮັດຕິວ່າຕາຍ ແລະ ໄດ້ຄານໜີໄປລີ້ຕອນທີ່ຄົນຮ້າຍ ໄປຫວິດ ຕອນນີ້ໄດ້ສືບຊາບວ່າຜູ້ກໍ່ເຫດຄື ທ້າວຕັງ ອາຍຸ 28 ປີຈາກການສຶບສວນໃນເບື້ອງຕົ້ນ ສາຍເຫດການລົງມືຄາດຕະກຳ ຜູ້ຖືກຫາໄດ້ ເ ສ ບ ຢ າ ບ້ າໄປ 6 ເມັດ ແລ້ວໄດ້ຊວນຜູ້ຍິງທັງ 2 ຄົນ

ຂໍໃຫ້ໄປຊ່ວຍຖ່າຍຮູບໃຫ້ຢູ່ຕາດ ຫ້ວຍໂທນ ແລະ ອ້າງວ່າເພື່ອຈະສົ່ງໄປໄທແລ້ວຈະໄດ້ເງີນ 5 ລ້ານກີບແຕ່ສັນຍານອິນເຕີເນັດບໍ່ດີສົ່ງຮູບບໍ່ໄດ້ຈິງເກີດຄວາມໂມໂຫ ແລະ ເອົາໃຫ້ຜູ້ຖືກເຄາະຮ້າຍທັງ2 ຄົນລະ 100,000ກີບຄືຄ່າຖ່າຍຮູບໃຫ້ ແຕ່ຜູ້ຖືກເຄາະຮ້າຍນັ້ນບໍ່ເອົາໄດ້ຖິ້ມລົງດີນ, ທ້າວຕັງ ຈຶ່ງຢາກຮ້າຍ ແລະ ລົງມືຄ າ ດ ຕະກຳ.

ເຈົ້າຫນ້າທີ່ຍັງຈະມີການສືບສວນ-ສອບສວນເພີ່ນຕື່ມວ່າຈະຈາກແຮງຈູງໃຈອື່ນຫລືບໍ່ ຂໍ້ມູນຈາກ: ຍາດຂອງຜູ້ເສຍຊີວິດ ແລະ ຈາກການສອບສວນຂອງເຈົ້າຫນ້າທີ່