ເສົ້າສະຫຼົດໃຈ..!! RIP ໝໍລິນ ຈາກໄປຢ່າງສະຫງົບ ຂໍສະແດງຄວາມເສຍໃຈນຳຄອບຄົວ

0
665

ເສົ້າສະຫຼົດໃຈ..!! RIP ໝໍລິນ ຈາກໄປຢ່າງສະຫງົບ ຂໍສະແດງຄວາມເສຍໃຈນຳຄອບຄົວ

ຈາກຜູ້ໃຊ້ເຟສບຸກຊື່ Phun Sisouphun Inmanamsone ໄດ້ໂພສໃນວັນທີ 26/12/2021 ວ່າ: ງາມເດ້ນ້ອງສາວເອື້ອຍ ລົມກັນເລື່ອງນັ້ນນີ້ຕະຫຼອດ ລົມກັນເທື່ອລະ ຊົ່ວໂມງ ຊົ່ວໂມງປາຍ ຝອຍກັນທຸກເລື່ອງທີ່ເຮົາບໍ່ຄັກໃນໃຈ

ມາມື້ນີ້ນ້ອງສາວເອື້ອຍຈາກໄປບໍ່ໄດ້ຄອບໄດ້ລາ ລິນເອີ້ຍ ເອື້ອຍຄືມາເສຍໃຈແທ້ເດ້ ແອັມເຂັ້ມແຂງທີ່ສຸດ ບໍ່ປາກບໍ່ເວົ້າວ່າໂຕເອງບໍ່ສະບາຍ ຍັງມາລົມມາຝອຍນຳເອື້ອຍຢູ່ຕະຫຼອດ ຂໍໃຫ້ແອັມໄປສູ່ສຸຂະຕິເດີ້ ໂມອານາເອື້ອຍສິເບິ່ງນ້ອງເອງເດີ້ບໍ່ຕ້ອງຫ່ວງເດີ້ ເສຍໃຈນຳຄອບຄົວເດີ້ແມ່

Amhoa Phithaksounthone Linda Souksomvang ໝໍລິນເປັນຄົນເມືອງທ່າແຂກ ແຂວງຄຳມ່ວນ ຜູ້ກ່ຽວແມ່ນເສຍຊີວິດຍ້ອນພະຍາດຜູ້ກ່ຽວເອງ (ມະເຮັງປອດ) ແລະນອກຈາກນີ້ໝໍລິນຍັງປະຕິບັດໜ້າທີ່ດູແລຜູ້ປ່ວຍ COVID19 ອີກ.

ທາງທີມຂ່າວພວກເຮົາຂໍສະແດງຄວາມເສຍໃຈນຳຄອບຄົວດ້ວຍ