ຂໍໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ “ເອື້ອຍອາໂນມາ” ເກືອບຖີ້ມຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດ
ລົບກວນໃຫ້ທຸກຄົນອ່ານເພື່ອເປັນຂໍ້ມູນ26.12.2021 ຄົບຮອບ 1ເດືອນ ທີ່ ອາໂນມາ ເກືອບເສຍຊີວິດ ຍ້ອນຕິດເຊື້ອໂຄວິດ19 ລົງປອດຂໍອະນຸຍາດ ເລົ່າເລື່ອງທີ່ເກີດຂື້ນກັບອາໂນມາ ເພື່ອເປັນຂໍ້ມູນ ແລະ ເປັນອຸທາຫອນ ເປັນຄວາມເຂົ້າໃຈສໍາລັບ ຜູ້ທີ່ຍັງບໍ່ທັນຮູ້ວ່າ ໂຄວິດ19 ອັນຕະລາຍສໍ່າໃດພ້ອມນີ້ກໍຂໍໃຊ້ຫນ້າເຟສບຸກນີ້ ສະແດງຄວາມຂອບໃຈ ຜູ້ທີ່ຊ່ວຍເຫລືອທຸກຢ່າງ ໃຫ້ອາໂນມາ ລອດຈາກຄວາມຕາຍທີ່ມັນຢູ່ໃກ້ອາໂນມາ ພຽງແຕ່ຄືບດຽວຂໍເລົ່າເລີຍ
19.11.2021 ເລາ 20:30 ອາໂນມາ ຮູ້ສຶກໄຂ້ແລະໄອ ຈຶ່ງໄດ້ໄປຊື້ເຄື່ອງກວດແບບໄວມາກວດເອງ ຜົນອອກມາເປັນບວກ ກວດສອງເທື່ອນໍາເຄື່ອງກວດມາກວດໃຫ້ທຸກຄົນຢູ່ເຮືອນນໍາກັນອີກ 6ຄົນ ຜົນອອກມາ ທຸກຄົນເປັນລົບ
20.11.2021 ຕອນບ່າຍ ເພື່ອຄວາມແນ່ໃຈຈຶ່ງພາກັນໄປກວດຢູ່ໂຮງຫມໍເອກະຊົນແຫ່ງຫນຶ່ງ ຮອດ 22:00 ໂມງ ຫມໍທີ່ຢູ່ໂຮງຫມໍເອກະຊົນ ທີ່ຄອບຄົວອາໂນມາໄປກວດໂຄວິດ ໂທມາແຈ້ງວ່າຕິດໂຄວິດທັງຫມົດ
ອາໂນມາ ຕັດສິນໃຈປິ່ນປົວຢູ່ເຮືອນນໍາກັນທັງຫມົດ7ຄົນ ແລະ ອົງການປົກຄອງບ້ານກໍໄດ້ເຮັດໃບຢັ້ງຢືນໃຫ້ ພ້ອມດ້ວຍການແນະນໍາທຸກຢ່າງ ນອກນັ້ນຄະນະສະເພາະກິດກໍໄດ້ສອບຖາມເກັບກໍາຂໍ້ມູນແລະແນະນໍາ ການເບິ່ງແຍງໂຕເອງ ແລະ ໃຫ້ເບີໂທຕິດຕໍ່ຖ້າມີອາການຮຸນແຮງ
22.11.2021 ທຸກຄົນມີອາການ ເປັນຫວັດ ໄຂ້ທໍາມະດາ ນໍ້າມູກຍ້ອຍ ມີອາໂນມາຜູ້ດຽວທີ່ ໄຂ້ຂື້ນສູງ 39-40 ຫນາວສັ່ນ ເຈັບຫົວ ໄອຫລາຍ
23.11.2021 ທຸກຄົນ ມີອາການເບົາບາງ ອາໂນມາ ເລີ່ມເຈັບແສບຫນ້າເອິກ ສັນຫລັງ ແລະຍັງໄຂ້ຂື້ນສູງ ອົກຊີໃນເລືອດເລີ່ມຕໍ່າລົງ 89-90-91
24.11.2021 ທຸກຄົນດີຂື້ນ ມີແຕ່ອາການຄືຄົນເປັນຫວັດ ມີແຕ່ອາໂນມາ ອາການຫນັກຂື້ນ ທັງຖອກທ້ອງ ຮາກ ໄຂ້ຂື້ນສູງ ໄອຕະຫລອດ ອົກຊີໃນເລືອດຍັງຕໍ່າຄືເກົ່າ ຮອດ 2ໂມງກາງຄືນ ຫນາວສັ່ນ ຮາກແລະໄອ ແລ້ວກໍລົ້ມຢູ່ຫ້ອງນໍ້າ
25.11.2021 ໂທຫາ 164 ບອກອາການ ແລະ ໃຫ້ມາຮັບໄປປິ່ນປົວ ເພາະຫມໍທີ່ຕິດຕາມອາການແລະແນະນໍາກໍບອກວ່າ ຢ້ານໂຄວິດລົງປອດຂ້ຽວຕິດຕໍ່ 164( ນ້ອງຊາຍທີ່ເປັນສາມີຂອງຜູ້ປະກາດຂ່າວນໍາກັນ ຕິດຕາມແລະແນະນໍາ)
ເວລາ: 12:45 ລົດມາຮັບໄປປິ່ນປົວຢູ່ສູນລ້າງຊ້າງ ໂຮງຫມໍສະຫນາມ ນອນໃສ່ອົກຊີ ກິນຢາ ລໍຖ້າໃຫ້ໂຮງໝໍມີຕຽງຫວ່າງ ເພື່ອເອົາເຂົ້າໄປປິ່ນປົວ
26.11.2021 ເວລາ 18:50 ລົດໂຮງໝໍມາຮັບໄປປິ່ນປົວຢູ່ໂຮງໝໍ ສູນກາງ 103ດ້ວຍອາການທີ່ອາດຈະເສຍຊີວິດ ຄວາມຕາຍຢູ່ໃກ້ຄືບດຽວ ຖ້າຊ້າເຖິງຂັ້ນເສຍຊີວິດ ເພາະເລືອດເລີ່ມກ້າມ ໂຄວິດລົງປອດແລ້ວ ແລະ ອົກຊີໃນເລືອດມີແຕ່ 77-78
27.11.2021 ຮູ້ເມື່ອດ້ວຍອາການດີຂື້ນ ຍ້ອນໝໍສຸມທຸກຄວາມພະຍາຍາມຊ່ອຍຊີວິດ
28.11.2021 ໝໍມາສັກຢາໃຫ້ຕອນເຊົ້າ ແຈ້ງຜົນຈາກການ X-Ray ປອດ ກວດຫົວໃຈ ແລະ ກວດເລືອດ ຜົນອອກມາ ໂຄວິດລົງປອດແລ້ວ 30% ແລະ ຮ່າງກາຍຂາດນໍ້າຄໍາຖາມທີ່ອາໂນມາຖາມຫມໍ ກໍຄື: ຂ້ອຍຈະຕາຍບໍ່? ຂ້ອຍຈະລອດບໍ່? ລູກຂ້ອຍຍັງນ້ອຍ( ນໍ້າຕາໄຫລອອກເອງ )
ຈາກເປັນຄົນທີ່ມີຮອຍຍິ້ມ ມີສຽງຫົວມັກເວົ້າຕະຫລົກ ມັກກວນຫມູ່ ມັກເວົ້າເຢີ້ຍຫມູ່ ຮອດຕອນນີ້ ອາໂນມາ ກາຍເປັນຄົນຊຶມເສົ້າ ທັນທີ ໝໍບອກວ່າເປັນຫຍັງ ຈັກຫນ້ອຍກໍດີ ເພາະຮ່າງກາຍອາໂນມາ
ຕອບສະຫນອງຢາໄດ້ດີ ອັນນີ້ກໍແມ່ນຄວາມໂຊກດີອັນໜຶ່ງທີ່ຮ່າງກາຍຕອບສະໜອງຢາໄດ້ດີ ຖ້າຮ່າງກາຍບໍ່ຕອບສະຫນອງກໍແມ່ນ ຫມົດບຸນທັນທີ.
ຢາສັກລະລາຍເລືອດກ້າມ ສັກໃສ່ຫນ້າທ້ອງມື້ລະ2ເຂັມ ສັກແລ້ວກໍມີອາການຫາຍໃຈສະດວກ ໃສ່ອົກຊີ 7ມື້ ກໍບໍ່ໄດ້ໃສ່ຕື່ມອີກ.ອາການດີຂື້ນເປັນລໍາດັບ ໂຊກດີຫລາຍທີ່ຮອດມືແພດຫມໍໄວແລະໂຮງຫມໍມີຕຽງຫວ່າງ ເພາະສະຖານະການໃນການລະບາດຂອງໂຄວິດ19 ໄລນະນີ້ແມ່ນ ຄົນເຈັບລົ້ນໂຮງຫມໍແທ້ໆ.
ຮອດ ວັນທີ 7.12.2021 ເວລາ 20:30 ອາໂນມາ ໄດ້ອອກໂຮງໝໍ ປອດໄພແລ້ວ ສາມາດກັບມາຫາຄອບຄົວໄດ້ ແຕ່ ຍັງຕ້ອງແຍກໂຕຈາກຄົນໃນເຮືອນໃຫ້ຄົບ 7ມື້ນະໂອກາດນີ້ ອາໂນມາ ຂໍສະແດງຄວາມຂອບໃຈຢ່າງສຸດຊື້ງ ມາຍັງຄະນະອໍານວຍການ ແລະ ທີມງານແພດຫມໍ ໂຮງໝໍ ສູນກາງ 103 ທຸກຄົນທີ່ປິ່ນປົວແລະເອົາໃຈໃສ່ເປັນຢ່າງດີ ບໍ່ສະເພາະແຕ່ ອາໂນມາ, ແພດຫມໍທຸກຄົນໄດ້ເອົາໃຈໃສ່ປິ່ນປົວຄົນເຈັບຕິດໂຄວິດ 19 ຢ່າງບໍ່ຮູ້ອິດບໍ່ຮູ້ເມື່ອຍ.
ຈາກ:Anoma Bee Rathida