ທ້າວ ຈັນທະບູນ ອາຍຸ 38 ປີ ວ່າງງານ ຢູ່ບ້ານສີບຸນເຮືອງທົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຖືກເຈົ້າໜ້າທີ່ ປກສ ກຸ່ມສີໄຄ ເມືອງສີໂຄດຕະບອງ ຈັບຕົວໃນວັນທີ 21 ທັນວາ 2021 ຂໍ້ຫາມີ ຢ າ ເ ສ ບ ຕິ ດຈໍານວນ 500 ເ ມັ ດ ໄວ້ໃນຄອບຄອງເພື່ອ ເ ສ ບ ແລະ ຂາຍ.
ຜູ້ກ່ຽວຮັບສາລະພາບວ່າ: ເລີ່ມພົວພັນ ຢ າ ເ ສ ບ ຕິ ດມາແຕ່ປີ 2002 ແລະ ເຄີຍຖືກສານຕັດສິນຈໍາຄຸກມາແລ້ວ 5 ປີ ໃນຂໍ້ຫາຄ້າຂາຍ ຢ າ ເ ສ ບ ຕິ ດ. ຫຼັງຈາກພົ້ນ ໂ ທ ດ ອອກມາ ກໍ່ກັບມາພົວພັນຄ້າຂາຍ ຢ າ ເ ສ ບ ຕິ ດ ອີກ. ຕົກມາຮອດວັນທີ 20 ທັນວາ 2021, ຜູ້ກ່ຽວໄດ້ໄປຊື້ ຢ ນໍາຊາຍຄົນໜຶ່ງ ເ ຂ ດ ບ້ານ ທ າ ດ ດໍ າ ຈໍານວນ 500 ເມັດ ແລ້ວເອົາໄປຊຸກເຊື່ອງໄວ້ຢູ່ເຮືອນ, ແງລາສ ມາຮອດເວລາ 10:00 ໂມງ ທີ 21 ທັນວາ 2021 ໄດ້ເອົາ ຢ ໄປ ຂ າ ຍ ໃຫ້ໄວລຸ້ນ ເຂດບ້ານໃໝ່ ເມືອງສີໂຄດຕະບອງ ໃນຂະນະລໍຖ້າຂາຍ ຢ ຖືກເຈົ້າໜ້າທີ່ກັກຕົວກ່ອນປັດຈຸບັນ, ປກສ ກຸ່ມສີໄຄ ໄດ້ນໍາສົ່ງຜູ້ຖືກຫາ ໃຫ້ກອງບັນຊາການ ປກສ ເມືອງສີໂຄດຕະບອງ ສືບຕໍ່ດໍາເນີນຄະດີຕາມກົດໝາຍ.