ພັກລັດຖະບານກຳປູເຈຍ ຮັບຮອງລູກຊາຍຮຸນເຊນເປັນຜູ້ນຳໃນອະນາຄົດ ຂປລ.ຕາມຂ່າວຈາກ ພະນົມເປັນ,ເມື່ອບໍ່ດົນມານີ້, ພັກປະຊາຊົນ ກຳປູເຈຍ ກ່າວໃນຖະແຫລງການ ສະບັບໜຶ່ງວ່າ: ຄະນະກຳມະການ ສູນກາງ ໄດ້ຮັບຮອງເອົາ ທ່ານ ພົນໂທ ຮຸນ ມາເນັດ(Hun Manet) ອາຍຸ 44 ປີ ໃຫ້ດຳລົງຕຳແໜ່ງ ເປັນນາຍົກລັດຖະມົນຕີ ໃນອະນາຄົດ ຂອງ
ກຳປູເຈຍ.ຂະນະທີ່ ທ່ານ ຮຸນເຊນ(Hun Sen)ນາຍົກລັດຖະມົນຕີ ກຳປູເຈຍ ຖືເປັນຜູ້ນຳ ທີ່ດຳລົງ ຕຳແໜ່ງ ຍາວນານທີ່ສຸດ ໃນໂລກ ເຖິງ36ປີ.ປັດຈຸບັນ ທ່ານ ພົນໂທ ຮຸນ ມາເນັດ ລູກຊາຍຂອງທ່ານ ຮຸນເຊນ
ເປັນຮອງ ຜູ້ບັນຊາການ ກອງທັບ ກຳປູເຈຍ ແລະ ດຳລົງຕຳແໜ່ງ ເສນາທິການຮ່ວມ ໂດຍມີປະຫວັດ ຈົບການສຶກສາ ຈາກສະຖາບັນ ການທະຫານ ສ.ອາເມລິກາ (USMA) ຫລື ເປັນທີ່ຮູ້ຈັກກັນ ໃນຊື່ ເວສພອຍ(West Point) ໃນປີ1999.ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ