ແຂວງຄຳມ່ວນ ປະກາດອະໄພຍະ ໂ ທ ດແກ່ນັ ກ ໂ ທ ດທີ່ມີຄວາມກ້າວໜ້າ

0
628

ໃນຊ່ວງໄລຍະປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດໃນໄລຍະທີ 2 ໃນວັນທີ 24 ທັນວາ 2021 ປກສແຂວງຄຳມ່ວນ ຮ່ວມກັບ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງໄດ້ ຈັດພິທີປະກາດອະໄພຍະ ໂ ທ ດຫລຸດຜ່ອ ນໂ ທ ດແກ່ນັ ກໂ ທ ດທີ່ມີຄວາມກ້າວໜ້າ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2021 ຄົບຮອບ 46 ປີ ແລະ ໃນຊ່ວງໄລຍະປ້ອງກັນ, ສະກັດກັ້ນ ແລະ ຄວບຄຸມການແຜ່ລະບາດຂອງໂຄວິດ ໃນໄລຍະທີ 2 ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ພັທ ຄຳສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປ.ກ.ສ ແຂວງ ຄຳມ່ວນ, ມີບັນດາຄະນະກຳມະການອະໄພຍະ ໂທ ດຂັ້ນແຂວງ, ກອງເລຂາ ແລະ ແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທັງນີ້ແມ່ນປະຕິບັດຕາມໜັງສືແຈ້ງການກົມຕຳຫຼວດຄຸ ມຂັ ງ – ດັດສ້າງ ກະຊວງປ້ອງກັນຄວາມສະຫງົບ,ສະບັບເລກທີ 2044/ກຄສ, ລົງວັນທີ 25 ພຶດສະພາ 2021 ແລະ ອີງຕາມບົດບັນທຶກກອງປະຊຸມຂອງກອງບັນຊາການ ປກສ ແຂວງຄຳມ່ວນ ສະບັບເລກທີ 856/ປກສ.ຄມ, ລົງວັນທີ 15 ມິຖຸນາ 2021 ແລະ ປະຕິບັດຕາມດຳລັດຂອງທ່ານປະທານປະເທດແຫ່ງສາທາລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ ສະບັບເລກທີ 219 /ປປທ, ລົງວັນທີ 19 ພະຈິກ 2021 ວ່າດ້ວຍການອະໄພຍະ ໂ ທ ດໃຫ້ແກ່ນັກໂ ທ ດ ຜູ້ທີ່ມີຄວາມກ້າວໜ້າໃນຂອບເຂດທົ່ວປະເທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ 2021 ຄົບຮອບ 46 ປີ.

ຊຶ່ງໄດ້ຕົກລົງອະໄພຍະ ໂ ທ ດ ໃຫ້ແກ່ນັ ກ ໂທ ດຈຳນວນ 1.992 ຄົນ, ຍິງ 280 ຄົນ, ຕ່າງປະເທດ 25 ຄົນ, ຍິງ 5 ຄົນ. ນັ ກໂ ທ ດໄດ້ຮັບອະໄພຍະໂ ທ ດຫລຸດຜ່ອນ ໂ ທ ດຈຳນວນ 1.980 ຄົນ, ຍິງ 277 ຄົນ, ຕ່າງປະເທດ 25 ຄົນ, ຍິງ 5 ຄົນ, ໃນນີ້ລວມມີການຫລຸດ ຜ່ອນ ໂ ທ ດໃຫ້ແກ່ນັກໂ ທ ດຕະຫລອດຊີວິດມາເປັນໂ ທ ດມີກຳນົດ 20 ປີມີ 49 ຄົນ, ຍິງ 9 ຄົນ. ສ່ວນນັ ກໂ ທ ດທີ່ໄດ້ຮັບອະໄພຍະ ໂ ທ ດປ່ອຍຕົວມີ 12 ຄົນ, ຍິງ 3 ຄົນ. ສະເພາະແຂວງຄຳມ່ວນ ປີ 2021 ໄດ້ຮັບການອະໄພຍະ ໂ ທ ດ ຫລຸດຜ່ອນ ໂ ທ ດ ແລະ ປ່ອຍຕົວມີທັງໝົດ 119 ຄົນ, ຍິງ 20 ຄົນ. ໃນນີ້ມີອະໄພຍະ ໂ ທ ດ ຫລຸດຜ່ອນ ໂ ທ ດຈຳນວນ 24 ຄົນ, ຍິງ 2 ຄົນ ແລະ ໄດ້ຮັບອະໄພຍະ ໂ ທ ດ ປ່ອຍຕົວ 1 ຄົນ ( ຍິງ ).

ໂອກາດດຽວກັນ ທ່ານ ພັທ ຄໍາສິງ ນົນທະສອນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ ຄຳມ່ວນ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ນັກ ໂ ທ ດ ທີ່ໄດ້ຮັບອະໄພຍະ ໂ ທ ດ ໃນຄັ້ງນີ້ ພ້ອມທັງໂອ້ລົມຕໍ່ຄະນະຮັບຜິດຊອບຄ້າຍຄຸ ມ ຂັ ງ – ດັດສ້າງຈົ່ງເອົາໃຈໃສ່ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ແນວຄິດ ໃຫ້ກັບສະມາຊິກພັກ – ພະນັກງານ ກໍ່ຄືກຳລັງເຈົ້າໜ້າທີ່ຮັບ ຜິ ດ ຊ ອ ບ ໃຫ້ມີຄວາມປອດໃສທ່ຽງທຳກັບທຸກຝ່າຍ, ເອົາໃຈໃສ່ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ, ການປ້ອງກັນເວນຍາມ, ປ້ອງກັນນັກໂທດບໍ່ໃຫ້ມີການລັກໂຕນໜີ ແລະ ຕັ້ງໜ້າສຶກສາອົບຮົມນັກ ໂ ທ ດ ໃນຄ້າຍຄຸມຂັງ ເພື່ອໃຫ້ເຂົາເຈົ້າຮູ້ເຖິງແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເລິກເຊິ່ງກວ້າງຂວາງ ເພື່ອປະຕິບັດຕົນໃຫ້ເປັນພົນລະເມືອງດີຂອງສັງຄົມໃນຂັ້ນຕໍ່ໄປ.

ແຂວງຄໍາມ່ວນ