ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວ ປະເທດ ໄດ້ ລາຍງານສະພາບການເກີດແຜ່ນດິນໄຫວ ປະຈໍາວັນທີ 29 ທັນວາ 2021 ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດລາວ ຈໍານວນ 1 ຄັ້ງ, ເວລາ 10:33 ໂມງ ຢູ່ບໍລິເວນເມືອງຍອດອູ ແຂວງຜົ້ງສາລີ ຈຸດສູນກາງເສັ້ນຂະໜານທີ 21.9 ອົງສາເໜືອ, ສັ້ນແວງທີ 101.8 ອົງສາ ຕາເວັນອອກ ແລະ ຄວາມແຮງສັ່ນສະເທືອນວັດແທກໄດ້ 3.4 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 10 ກິໂລແມັດ ເຊິ່ງຈຸດສູນກາງເກີດ ແຜ່ນດິນໄຫວແມ່ນຫ່າງຈາກເທສະບານເມືອງຍອດອູ ປະມານ 17 ກິໂລແມັດ. ເຫດການແຜ່ນດິນໄຫວເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.
ພາບຄວາມເສຍແຜ່ນດິນໄຫວ
ພາບຄວາມເສຍແຜ່ນດິນໄຫວ