ຈະເຮັດຫຍັງຢູ່ໃສສະໄໝນີ້ບໍ່ມີໃຜເຮັດເພື່ອຄົນອື່ນດອກ ຖ້າບໍມີຜົນປະໂຫຍດ ນັບແຕ່ເຂົ້າວັດສູດລົດນ້ຳຢູ່ວັດສີເມືອງກໍຍັງມີຜູ້ມາຈັດແຈງແຕ່ງຂັນໃຫ້ແລ້ວກໍ່ໄລ່ເງິນຕາມຫຼັງ, ມາເວົ້າເລື່ອງປີ້ລົດໄຟດຽວນີ້ມີຄົນໄປຊື້ມາຂາຍທາງນອກ ຖ້າເຮົາມັກງ່າຍບໍຢາກໄປຊື້ເອງກໍ່ຕ້ອງເສຍຄ່າກຳໄລໃຫ້ເຂົາ ທີ່ແນ່ນອນຫາກບໍຢາກສົ່ງເສີມຄົນກຸ່ມນີ້ຕ້ອງຍອມເສຍເວລາໄປຊື້ເອງບໍລິສັດກໍ່ປະກາດແນວນັ້ນ.
ຕາມປະກາດຫຼ້າສຸດຈາກ ສະຖານີລົດໄຟໃຫ້ຮູ້ວ່າ ເພື່ອບໍ່ໃຫ້ປະຊາຊົນຖືກເອົາລັດເອົາປຽບໃຫ້ຜູ້ໂດຍສານທຸກທ່ານ ກະລຸນາໄປຊື້ປີ້ລົດໄຟຈາກຊ່ອງທາງທີ່ເປັນທາງການ, ປະຈຸບັນມີແຕ່ປ່ອງຂາຍປີ້ຂອງສະຖານີລົດໄຟຕ່າງໆເຊັ່ນ: (ນະຄອນຫຼວງວຽງຈັນ, ໂພນໂຮງ, ວັງວຽງ, ຫຼວງພະບາງ, ເມືອງໄຊ, ບໍ່ເຕັນ) ເປັນຊ່ອງທາງຊື້ປີ້ຢ່າງເປັນທາງການ ແລະ ບໍ່ມີຄ່າທໍານຽມໃນການຊື້ປີ້.
ກະລຸນາຢ່າຊື້ປີ້ລົດໄຟຈາກຊ່ອງທາງທີ່ບໍ່ເປັນທາງການ, ຊ່ອງທາງທີ່ບໍ່ເປັນທາງການມັກຈະຊອກຫາຜົນປະໂຫຍດໂດຍ ການເພີ່ມຄ່າທໍານຽມ, ການຈ່າຍເງິນມັດຈໍາ ແລະ ການສ້າງປີ້ປອມ, ເຊິ່ງຈະເຮັດໃຫ້ທ່ານສູນເສຍຊັບສິນເສຍເງິນຂຶ້ນລົດໄຟບໍໄດ້. ກະລຸນາຢ່າໃຫ້ຄົນແປກໜ້າຊ່ວຍຊື້ປີ້, ໂດຍສະເພາະພວກສວຍໂອກາດບາງຈຳນວນອ້າງວ່າເຂົາເຈົ້າຮູ້ຈັກກັບພະນັກງານສະຖານີເພື່ອຊື້ປີ້ໃຫ້ຜູ້ໂດຍສານ, ເມື່ອທ່ານເອົາເງິນໄປມອບໃຫ້ເຂົາເຈົ້າ, ທ່ານອາດຈະຖືກຫລອກລວງ ຫຼື ຂໍຜົນປະໂຫຍດເປັນເງິນຈາກທ່ານ.