ເພື່ອເປັນການກະກຽມຄວາມພ້ອມຮອບດ້ານ ແລະ ກະກຽມແຜນຮັບມືເຫດການທີ່ຈະເກີດຂຶ້ນໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ໃນເວລາເດີນທາງມາທ່ອງທ່ຽວເຂດທ່ອງທ່ຽວສີຂຽວ, ຄະນະຮັບຜິດຊອບກະກຽມແຜນເປີດຕ້ອນຮັບນັກທ່ອງທ່ຽວ ໄດ້ຈັດຝຶກແອບຕົວຈິງ ຫຼື ຈໍາລອງເຫດການ ເພື່ອຮັບມືໃນກໍລະນີພົບນັກທ່ອງທ່ຽວຕິດເຊື້ອໂຄວິດ-19 ແລະ ບັນຫາອື່ນໆທີ່ເກີດຂຶ້ນໃນເວລາເດີນທາງມາທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ ຂຶ້ນໃນວັນທີ 30 ທັນວາ 2021 ທີ່ນະຄອນຫຼວງວຽງຈັນ, ຊຶ່ງນໍາພາຄະນະ ໂດຍ ທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ). ຊຶ່ງມີພະນັກງານ ປະຈຳສະໜາມບິນ, ແພດໝໍ, ບໍລິສັດທ່ອງທ່ຽວ, ພະນັກງານຕ້ອນຮັບ, ນໍາທ່ຽວ, ໂຮງແຮມ ແລະ ສື່ມວນຊົນທຸກຂະແໜງການເຂົ້າຮ່ວມ
ທ່ານຮອງລັດຖະມົນຕີ ໄດ້ກ່າວວ່າ: ການຈໍາລອງເຫດການດັ່ງກ່າວມີດັ່ງນີ້ ພິທີຕ້ອນຮັບນັກທ່ອງທ່ຽວທີ່ສະໜາມບິນສາກົນວັດໄຕ; ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ໂດຍບໍລິສັດທ່ອງທ່ຽວ ແລະ ພະນັກງານນໍາທ່ຽວ; ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ເມື່ອນັກທ່ອງທ່ຽວມາຮອດໂຮງແຮມ; ຂັ້ນຕອນໃນກໍລະນີຜົນກວດຂອງນັກທ່ອງທ່ຽວເປັນບວກ; ຂັ້ນຕອນຕ້ອນຮັບນັກທ່ອງທ່ຽວ ທີ່ມີຜົນກວດເປັນລົບ ແລະ ນໍາພານັກທ່ອງທ່ຽວໄປທ່ອງທ່ຽວໃນເຂດທ່ອງທ່ຽວສີຂຽວ, ຈຸດປະສົງຂອງການຈໍາລອງເຫດການ ການຕ້ອນຮັບນັກທ່ອງທ່ຽວ ເພື່ອເປົ້າໝາຍຈະໄດ້ຜັນຂະຫຍາຍແຈ້ງການຂອງລັດຖະບານທີ່ໄດ້ມີ
ນະໂຍບາຍໃນການເປີດຮັບນັກທ່ອງທ່ຽວເຂົ້າມາ ສປປ ລາວ ໃນພື້ນທີ່ສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ຊຶ່ງແມ່ນຈະໄດ້ເປີດຮັບນັກທ່ອງທ່ຽວ ໃນວັນທີ 1 ມັງກອນ 2022 ເປັນຕົ້ນໄປ ເພື່ອເຮັດແນວໃດໃຫ້ມີຄວາມຮັບປະກັນທັງດ້ານສຸຂະພາບ ສຸຂະນາໄມ ໃຫ້ເປັນທີ່ເພີ່ງພໍໃຈຂອງນັກທ່ອງທ່ຽວຊາວຕ່າງປະເທດ ກໍຄືພາຍໃນ ສະນັ້ນ ຈຶ່ງໄດ້ມີການຈໍາລອງເຫດການດັ່ງກ່າວ ໂດຍການເອົາທຸກພາກສ່ວນທີ່ມີສ່ວນຮ່ວມເຂົ້າມາຮ່ວມກິດຈະກໍາໃນການຈັດຕັ້ງປະຕິບັດໃນຄັ້ງນີ້, ຈະເລີ່ມຕົ້ນຕັ້ງແຕ່ການຮັບນັກທ່ອງທ່ຽວເຂົ້າມາ ມາຜ່ານຂະບວນການຂັ້ນຕອນຂອງການກວດກາສຸຂະພາບ ຜ່ານຂັ້ນຕອນການກວດກາເອກະສານ ແລະ ເຂົ້າໄປສະຖານທີ່ໂຮງແຮມຕາມລາຍການທີ່ໄດ້ກໍານົດໄວ້.
ສໍາລັບການຮັບນັກທ່ອງທ່ຽວນີ້ ຈະຕ້ອງເປັນນັກທ່ອງທ່ຽວທີ່ໄດ້ຜ່ານການຂຶ້ນທະບຽນນໍາບັນດາບໍລິສັດທ່ອງທ່ຽວ; ແລະ ບັນດາບໍລິສັດທ່ອງທ່ຽວທີ່ຈະຮັບນັກທ່ອງທ່ຽວນັ້ນ ຈະຕ້ອງໄດ້ຜ່ານການຂຶ້ນທະບຽນນໍາສະພາອຸດສາຫະກໍາການຄ້າ ແລະ ສະມາຄົມນັກທ່ອງທ່ຽວ; ນໍາລາຍຊື່ຜ່ານກະຊວງ ຖວທ; ກະຊວງການຕ່າງປະເທດ ແລະ ຜ່ານກະຊວງປ້ອງກັນຄວາມສະຫງົບ ຕາມຂັ້ນຕອນ, ພະນັກງານນໍາທ່ຽວກໍເຊັ່ນດຽວກັນຈະຕ້ອງມີໃບອະນຸຍາດນໍາທ່ຽວຖືກຕ້ອງຄົບຊຸດ ໄດ້ຮັບວັກຊິນຄົບໂດສ ພ້ອມນີ້ ການໄປທ່ອງທ່ຽວກໍຕ້ອງໄປຕາມແຜນລາຍການທີ່ກໍານົດໄວ້. ທ່ານກ່າວຕື່ມອີກວ່າ: ໃນການຈັດຕັ້ງປະຕິບັດແມ່ນໄລຍະທີໜຶ່ງແມ່ນເລີ່ມແຕ່ເດືອນມັງກອນ ຫາ ເດືອນມີນາ ປີ 2022; ໄລຍະທີສອງແມ່ນເລີ່ມແຕ່ເດືອນເມສາ ຫາ ເດືອນມິຖຸນາ ປີ 2022 ຫຼັງຈາກນັ້ນ, ຈຶ່ງສາມາດປະເມີນໄດ້ວ່າສືບຕໍ່ຂະຫຍາຍໃນຮູບແບບໃດເພື່ອສະເໜີລັດຖະບານ ເພື່ອຈະມີນະໂຍບາຍເປີດກ້ວາງເປັນແຕ່ລະຂັ້ນຕອນ, ສິ່ງສໍາຄັນແມ່ນເຮັດໄປຕາມຂັ້ນຕອນຂອງມາດຕະການຂອງການແຜ່ລະບາດຂອງພະຍາດໂຄວິດ-19 ເພື່ອຮັບປະກັນດ້ານສຸຂະພາບຂອງນັກທ່ອງທ່ຽວ ແລະ ປະຊາຊົນຂອງພວກເຮົາ.
ຂ່າວ-ພາບ: ຍຸພິນທອງ
ປະຊາຊົນ