ເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍໃນຕອນນີ້ເລີຍກໍ່ວ່າໄດ້ ສໍາລັບ ຄລິບກ້ອງວົງຈອນປິດເຫດການສາວຂີ່ລົດໃຫຍ່ ໃຊ້ເງິນປອມມາຊື້ເຄື່ອງ.
ໂດຍຜູ້ໃຊ້ເຟສບຸກຊື່ TockTack Vongpanya ໄດ້ໂພສພາບພ້ອມຂໍ້ຄວາມໄວ້ວ່າ: ຕາມຫາຜູ້ສາວນິລະນາມ ຂີ່ລົດ Fortuner ສີຂາວ ປ້າຍ (xxxx) ທີ່ເຫັນໃນພາບ ໃນວັນທີ 27/12/2021 ເວລາ 10:51 ນາທີ.
ຜູ້ກ່ຽວໄດ້ນຳເງິນໃບ ໂດລາ 100$ ມາຊື້ນ້ຳທີ່ຮ້ານຂອງຂ້າພະເຈົ້າ ແລະ ເງິນດັ່ງກ່າວບໍ່ສາມາດນຳໄປໃຊ້ຕໍ່ໄດ້, ກະລຸນາກັບມາຮັບຜິດຊອບ ຫລື ຕິດຕໍ່ກັບດ່ວນ.
ໂດຍຮ້ານດັ່ງກ່າວແມ່ນຮ້ານ ຕ໋ອກແຕ໋ກ ບ້ານ ຫົວຂົວ, ເມືອງໄຊເສດຖາ , ນະຄອນຫລວງ ໃຫ້ຕິດຕໍ່ກັບ ເບີໂທ 020 29800322, ຫາກກໍລະນີບໍລິສຸດໃຈ ແມ່ນຂໍໃຫ້ກັບມາຮັບເງິນຄືນ.