ປກສ ເມືອງສັງທອງ ສຸມໃສ່ອອກກວດກາລາດຕະເວນຕາມແມ່ນໍ້າຂອງ ສະເຫຼີມສະຫຼອງປີໃໝ່ສາກົນ 2022
31 ທັນວາ 2021 ກອງບັນຊາການ ປກສ ເມືອງສັງທອງ ກວດກາລາດຕະເວນ ຕາມພື້ນທີ່ຄວາມຮັບຜິດຊອບ 13 ບ້ານ, ລຽບຕາມແຄມແມ່ນ້ຳຂອງ ເຊິງກັບອໍາເພີສັງຄົມ ຈັງຫວັດໜອງຄາຍ ປະເທດໄທ, ໂດຍການນໍາພາຂອງ ພັທ ແສງອຸທອນ ພຸດທະວົງ ຮອງຫົວໜ້າພະແນກສັນຕິບານ ກອງບັນຊາການ ປກສ ເມືອງສັງທອງ ສົມທົບກັບກອງຮ້ອຍ 241 ທະຫານຊາຍແດນ ແລະ ກອງພັນ 511 ກອງບັນຊາການທະຫານ ນວ ອອກກວດກາລາດຕະເວນ ຕາມຊາຍແດນລຽບແຄມແມ່ນໍ້າຂອງ ເລັ່ງໃສ່ກວດກາເຮືອໃຫ້ຈອດລວມສູນ ເພື່ອສະກັດກັ້ນການລັກລອບເຂົ້າ-ອອກຕາມຊາຍແດນ ແນໃສເຮັດໃຫ້ການສະເຫຼີມສະຫຼອງປີໃໝ່ສາກົນ 2022 ມີຄວາມເປັນລະບຽບຮ້ອຍໂດຍພື້ນຖານ.
ກອງບັນຊາການ ປກສ ນວ ຮຽກຮ້ອງໃຫ້ພໍ່, ແມ່ ປະຊາຊົນ ຊາວນະຄອນຫລວງວຽງຈັນ ໂດຍສະເພາະແມ່ນຊາວເມືອງສັງທອງ ຈົ່ງພ້ອມກັນປະຕິຕາມຄໍາສັ່ງ, ແຈ້ງການຕ່າງໆຂອງຂັ້ນເທິງຢ່າງເຂັ້ມງວດ ຖ້າພົບເຫັນປະກົດການຫຍໍ້ທໍ້ໃນສັງຄົມສາມາດແຈ້ງມາເບີວອດແອັບ ປກສ ນວ 020 2889 9774 ຫຼື ຜ່ານທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫລວງວຽງຈັນ.