ແຮັບປີສຸດໆຕ້ອນຮັບປີໃໝ່ 2022 ເມື່ອຖືກຜູ້ບ່າວຂໍແຕ່ງງານ ໄປເປັນຄູ່ສ້າງຄູ່ສົມ ເອີ້ນວ່າແຕ່ນີ້ໄປຈະບໍເຫງົາອີກແລ້ວ ຄູ່ໃດໄດ້ກັນປີນີ້ຂໍໃຫ້ຮັກຍືນຍາວ ເລກງາມອີຫຼີ ມີ 2 ຕັ້ງວ່າ 3 ໂຕງົດງາມເລີຍ.
ໂດຍເລີ່ມຕົ້ນມື້ທຳອິດຂອງປີໃໝ່ 2022 ກໍ່ມີຄູ່ຮັກຂອງສາວເນັດໄອດໍ ດິວອິສຣາ ຖືກແຟນໜຸ່ມ ເຊບັສຕຽນ ລີ ເຊີໄພຣ ສາວດິວ ຂູ່ເຂົ່າຂໍແຕ່ງງານກາງທະເລຊາຍ ຈະນະທີ່ທັງສອງກຳລັງໄປທ່ອງທ່ຽວໃນຊ່ວງເທດສະການປີໃໝ່.
ເຊິ່ງສາວດິວເຜີຍໂມເມັ້ນທີ່ແສນໂຣແມນຕິກ ເປັນວີດີໂອສັ້ນໆລົງໃນອິນສະຕາແກຣມສ່ວນຕົວວ່າ THE FIRST DAY OF THE LAST CHAPTER OF OUR LIVES 01.01.22 #forevereverafter ຄວາມໝາຍຄື ວັນແລກຂອງບົດຮັກສຸດທ້າຍຂອງຊີວິດ ຕະຫຼອດໄປນິລັນດອນ.
ງານນີ້ມີບັນດາເພື່ອນຝຸງເຂົ້າມາສະແດງຄວາມຍິນດີກັນຢ່າງຫຼວງຫຼາຍ ທີ່ສາວດິວກຳລັງຈະເປັນເຈົ້າສາວຄົນຕໍ່ໄປ ແລະຂໍໃຫ້ຮັກຫວານຊື່ນຍາວນານຕະຫຼອດການ.
ທ້ັງນີ້ສາວດີວໄດ້ຄົບກັບນັກທຸລະກິດ ເຊບັສຕຽນໄດ້ປີກວ່າ ເຊິ່ງເຈົ້າຕົວໄດ້ໃຫ້ສຳພາດກ່ອນໜ້ານີ້ວ່າ ໜຸ່ມຄົນນິ້ຫຼັງກັບມາແຕ່ທຣີບໃນອາເມຣິກາ ເຊິ່ງເປັນທຣິບວັດໃຈຂອງທັງສອງຄົນວ່າຄວນໄປຕໍ່ຫຼືພໍສ່ຳນີ້ ໂດຍຕະຫຼອດໄລຍະທີ່ຢູ່ນຳກັນສາວດີວສຳຜັດໄດ້ວ່າ ຊາຍໜຸ່ມຄົນນີ້ສາມາດເພິ່ງພາໄດ້ ແລະເຮັດໃຫ້ຮູ້ວ່າຮັກດີໆຍັງມີຢູ່ຈີງ.
ຫວານກັນສຸດໆໄປເລີຍ ທະເລຊາຍເປັນເຂດຮ້ອນ ແຕ່ຄົນທີ່ເຫັນໜາວໄປຕາມໆກັນ