ເອົາແລ້ວ ງານວິວາຫຼົ້ມ! ເມື່ອເຈົ້າບ່າວກັບພໍ່ຖືກພີ່ນ້ອງຝ່າຍຍິງລຸມກາງງານແຕ່ງ ເຫດຍ້ອນຂຶ້ນຄ່າດອງ

0
404

ຜູ້ສື່ຂ່າວ ລາຍງານວ່າ ໃນທະວີດເຕີ ກໍາລັງມີຄລິບທີ່ເປັນໄວຣັລຈາກປະເທດອີນເດຍ ເປັນພາບເຫດການຊຸນລະມຸນກາງພິທີວິວາຂອງບ່າວສາວຄູ່ໜຶ່ງ ທີ່ເກີດຄວາມວຸ້ນວາຍສົນລະວົນຂຶ້ນ ເມື່ອເຈົ້າບ່າວຖືກພີ່ນ້ອງຂອງຝ່າຍເຈົ້າສາວຫຼາຍຄົນ ລຸມທໍາຮ້າຍ ລາກຕົງໄປມາ ໂດຍມີເຈົ້າສາວຄອຍກອດເຈົ້າບ່າວບໍ່ຍອມປ່ອຍ ເພື່ອປົກປ້ອງວ່າທີ່ສາມີ ແຕ່ກໍ່ບໍ່ເປັນຜົນ.

ເຫດການນີ້ເກີດຂຶ້ນເມື່ອວັນທີ 12 ທັນວາ ທີ່ຜ່ານມາ ໃນເມືອງ ກາເຊຍບັດ (Ghaziabad) ໃນລັດອຸຕຕຣແປະເທດ ຂອງອິນເດຍ ໂດຍສາເຫດທີ່ເຈົ້າບ່າວ ລວມທັ້ງພໍ່ຂອງເຂົາຖືກທໍາຮ້າຍກາງງານວິວາ ເຫດຍ້ອນຝ່າຍເຈົ້າສາວຄຽດທີ່ຢູ່ດີໆ ຄອບຄົວຝ່າຍຊາຍມາຂໍຂຶ້ນຄ່າດອງ ເຊິ່ງຕາມທໍານຽມຂອງອິນເດຍແລ້ວ ຄອບຄົວຝ່າຍຍິງຈະຕ້ອງຈ່າຍຄ່າດອງເປັນການສູ່ຂໍຝ່າຍຊາຍ.

ຈາກການລາຍງານຂອງເວັບໄຊ້ Free Press Journal ລະບຸວ່າ ເຈົ້າບ່າວ ແລະ ພໍ່ ເອີ້ນຄ່າດອງຈາກຝ່າຍເຈົ້າສາວເປັນຈໍານວນເງິນ 1 ລ້ານຣູປີ(ປະມານ 4,4ແສນບາດ) ລະຫວ່າງທີ່ຮັບປະທານອາຫານແລງ ກ່ອນເຂົ້າພິທີແຕ່ງງານ ຫາກບໍ່ໄດ້ຕາມຈໍານວນນີ້ ກໍ່ຈະບໍ່ຍອມແຕ່ງງານ.

ຂະນະທີ່ຝ່າຍເຈົ້າສາວ ຈ່າຍຄ່າດອງໃຫ້ຝ່າຍຊາຍໄປແລ້ວ ເປັນເງິນສົດ 3ແສນຣູປີ(ປະມານ 1,3ແສນບາດ) ພ້ອມແຫວນເພັດ ແຕ່ຝ່າຍຊາຍກັບມາປີ້ນຄໍາ ຂໍຂຶ້ນຄ່າດອງເພີ່ມກ່ອນງານຈະເລີ່ມ ໂດຍຂູ້ຈະບໍ່ຍອມແຕ່ງ ຈົນນໍາໄປສູ່ເຫດການຊົນລະມຸນຕາມຄລິບ.

ໂດຍພີ່ນ້ອງຝ່າຍຍິງຍັງອອກມາຂາຍໜ້າຝ່າຍຊາຍອີກວ່າ ຊາຍໜຸ່ມຄົນນີ້ຜ່ານການແຕ່ງງານມາແລ້ວຫຼາຍຄັ້ງ ແລະ ນີ້ເປັນພຶດຕິກໍາທີ່ທາງຄອບຄົວຮັບບໍ່ໄດ້ອີຫຼີ.