ເຮັດຕົວມີພິລຸດ ຈະລາຈອນບອກຢຸດກວດພົບ ຢ າ ເ ສ ບ ຕິ ດ

0
466

ໃນວັນທີ 3 ມັງກອນ 2022 ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງນາຊາຍທອງ ໄດ້ຕັ້ງຈຸດກວດກາພາຫະນະ ຢູ່ບ້ານໜອງສະນາດີ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ, ພໍຮອດເວລາ 11:30 ໂມງ ເຈົ້າໜ້າທີ່ ໄດ້ກວດກາລົດຈັກເວບຈີນ ສີດໍາ ບໍ່ມີປ້າຍ ຂັບຂີ່ໂດຍ ທ້າວ ນູ ອາຍຸ 29 ປີ ອາຊີບ ກໍາມະກອນ ປັດຈຸບັນຢູ່ ບ້ານພູສັນ ເມືອງໂພນໂຮງ ແຂວງວຽງຈັນ.

ຜ່ານການກວດກາລົດຈັກຜູ້ກ່ຽວ ເຫັນວ່າມີພິລຸດ ທາງເຈົ້າໜ້າທີ່ ຈິ່ງຂໍກວດເບິ່ງຜູ້ກ່ຽວ ພົບເຫັນ ຢ າ ເ ສ ບ ຕິ ດ ຕິດໂຕມາ ຈໍານວນ 6 ເ ມັ ດ ພ້ອມໂທລະສັບ 1 ໜ່ວຍ ແລະ ແຫວນ 1 ວົງ.

ດັ່ງນັ້ນ, ເຈົ້າໜ້າທີ່ຕໍາຫຼວດຈະລາຈອນ ປກສ ເມືອງນາຊາຍທອງ ຈິ່ງໄດ້ເຮັດບົດບັນທຶກມອບ-ຮັບ ໃຫ້ໜ່ວຍງານສະກັດກັ້ນ ແລະ ຕ້ າ ນ ຢ າ ເ ສ ບ ຕິ ດ ປກສ ເມືອງນາຊາຍທອງ ດໍາເນີນຄະດີຕາມກົດໝາຍ.