ໄປໃນບ່ອນທີ່ເຂົ້າບໍ່ໄດ້ຫາປາບໍ່ໄດ້ຊື້ແລ້ວ ລູກຊາຍຄົນນີ້ຈະຂໍສັນຍາວ່າຈະເປັນຄົນດີຂອງພໍ່ແມ່ກໍຄືຂອງສັງຄົມ R.I.P ພໍ່

0
578

ຈາກໂພສ Vienglasin Phetchanthala ໂພສວ່າ ຜູ້ຊາຍທຳມະດາຄົນໜຶ່ງ ແຕ່ບໍ່ທຳມະດາ ຄົນໆນີ້ຄືຜູ້ທີ່ຂ້າພະເຈົ້າໝົດຊີວິດນີ້ ກໍບໍ່ສາມາດທີ່ຈະຫາຫຍັງມາຕອບແທນພະຄຸນຂອງເພີ່ນໄດ້ອີກແລ້ວ
ເພີ່ນຄືແບບຢ່າງຂອງຄວາມອົດທົນ,ຄວາມຊື່ສັດ,ຄວາມກະຕັນຍູ້ ດຸໝັ່ນ, ມີວິໄນ, ອອນນ້ອມຖອມຕົວ, ໃຈກ້ວາງ, ມີເມດຕາ,ເປັນຜູ້ນຳທີ່ແທ້ຈິງ,ຊ່ວຍເຫຼືອປະເທດຊາດມາຕະຫຼອດຊີວິດຂອງເພີ່ນດ້ວຍຈິດໃຈທີ່ບໍລິສຸດແທ້ໆຈົນແທບບໍ່ເຄີຍໄດ້ເຫັນເພີ່ນມີເວລາພັກພອນເລີຍ

ຜູ້ຊາຍຄົນນີ້ແມ້ແຕ່ເກີດມາ ກໍຍັງບໍ່ເຄີຍເຫັນໜ້າພໍ່ທີ່ແທ້ຈິງຂອງຕົນເອງເລີຍ,ບໍ່ມີອ້າຍ,ບໍ່ມີນ້ອງ, ຊີວິດເພີ່ນຕອນທີ່ຍັງນ້ອຍ ອາຍຸ ພຽງ 8 ປີ ກໍຕ້ອງເຂົ້າສູ່ສະໝາມຮົບ, ເຖິງມີຄວາມຍາກລຳບາກແສນສາຫັດ, ມີປ້ອມດ້ອຍ ແລະມີ ຄວາມເຈັບປວດຫຼາຍສຳໃດ ຜູ້ຊາຍຄົນນີ້ ກໍບໍ່ເຄີຍຍ້ອມແພ້ ແລະ ສູ້ຊິວິດຫາທາງອອກສືກສາຮຳຮຽນ ຈົນກາຍ ເປັນນັກຮຽນເກັ່ງອັນດັບຕົ້ນໆຂອງ ໂຮງຮຽນວຽງໄຊໃນຕອນນັ້ນ

ແລະ ມີໂອກາດໄດ້ໄປຮຽນແພດ ຕໍ່ ທີ່ໂຊວຽດ,ຝຣັງ ເພື່ອມາເປັນທ່ານໝໍນ້ອຍໆຄົນໜຶ່ງທີ່ເຮັດໜ້າທີ່ຮັບໃຊ້ປະຊາຊົນ ແລະ ປະເທດຊາດນີ້ດ້ວຍຄວາມຈິງໃຈ ແລະ ເພື່ອຄົນອື່ນອີລີ
ສຳສັບ ຂ້າພະເຈົ້າແລ້ວ ຜູ້ຊາຍຄົນນີ້ ຄືແຮງບັນດາໃຈທີ່ຕໍ່ໃຫ້ຕ້ອງເຈີຄວາມທຸກ ແລະ ຄວາມເຈັບປວດສຳໃດກໍບໍ່ມີທາງໄດ້ຊ້ຽວໜຶ່ງຂອງເພີ່ນເລີຍ

ຕັ້ງແຕ່ເກີດມາ ແຕ່ນ້ອຍຈົນໃຫຍ່ ບໍ່ເຄີຍເຫັນເພີ່ນນອນຕື່ນສວຍໃຫ້ເບີ່ງຈັກມື້ເລີຍ,
ເພີ່ນມັກຈະສອນໃຫ້ພວກເຮົາ3 ອ້າຍນ້ອງຫຼາຍຢ່າງຢູ່ສະເໝີເວລາຕອນກີນເຂົ້າ ແລະ ໃຫ້ເດີນໄປໂຮງຮຽນດ້ວຍຕົນເອງຂີ້ລົດຖີບໄປຮຽນຂອງໃຜຂອງມັນ ພ້ອມກັບເຂົ້າຂອງກີນທີ່ແຕ່ງໂດຍແມ່, ມີເງິນໃຫ້ ຜູ້ລະ500-1000ກີບ ສຳລັບພວກເຮົາແລ້ວ ຊິວິດແບບນີ້ຖື ວ່າສະບາຍເກີນໄປ…ແຕ່ຈຸດປະສົງຫຼັກແມ່ນເພີ່ນຢາກໃຫ້ເຮົາຮຽນຮູ້ ແລະ ຫັດເດີນກ້າວທຳອິດຂອງຊິວີດດ້ວຍຕົນເອງ ສະນັ້ນເພີ່ນຈຶ່ງຄື ຄູຜູ້ທຳອິດຂອງຊີວິດ

ບາງຄັ້ງ 3 ອ້າຍນ້ອງເຮົາກະຖືກໄມ້ແຊ້ງເພີ່ນ ຖືກຮ້າຍຕະຫຼອດຕັ້ງແຕ່ນ້ອຍຈົນໃຫ່ຍ ຈົນບາງເທືອກະໄປ ຫອບເອົາເຄື່ອງໜີອອກຈາກເຮືອນ ແຕ່ພັດມີແມ່ ຜູ້ເປັນ ເໝືອນແມ່ນໍ້າ ແລະ ດວງຈັນ ທີ່ຄ່ອຍຄຽ້ງຂ້າງແລະ ປອບໃຈເດັກນ້ອຍເຮົາ
ເຮັດໃຫ້ພວກເຮົາ 3 ອ້າຍນ້ອງ ເຕີບໂຕ ແລະ ກາຍເປັນຄົນທີ່ດີຂຶ້ນເລື້ອຍໆ ແລະ ເຂົ້າໃຈວ່າ ສິ່ງທີ່ເພີ່ນເຮັດໄປແບບນັ້ນ ຄ່າຍໆຄື ຍ່ອມເປັນຄົນໃຈແຂງເພື່ອຝືກພວກເຮົາເພື່ອໃຫ້ເຮົາເອົາຕົວລອດດ້ວຍຕົນເອງ ແມ່ນ ຍ້ອນເພີ່ນຢາກໃຫ້ພວກເຮົາເປັນຄົນເຂັ້ມແຂງ ແລະ ຢູ່ຫຼອດດ້ວຍຕົນເອງໃຫ້ໄດ້

ພໍ່ເພີ່ນເຊື່ອໝັ້ນໃນໂຕເຮົາຕະຫຼອດ ແລະ ເຊື່ອວ່າ ລູກຊາຍຜູ້ນີ້ ຈະດີ ແລະ ເກັ່ງຂື້ນ ເຮົາເລີຍພະຍາຍາມພັດທະນາຕົນເອງ ເພື່ອໃຫ້ໄດ້ເຫັນຮ່ອຍຍີ້ມຂອງພໍ່ ທີ່ຊື່ນຊົມເຮົາເບີ່ງແລ້ວມັນເປັນຄວາມສຸກນ້ອຍໆຂອງເດັກນ້ອຍຄົນໝຶ່ງ
ຍ້ອນພໍ່ເພີ່ນເປັນ ອາຈານທີ່ບໍ່ຈຳເປັນຕ້ອງເອີ້ນອາຈານ ເພີ່ນຈຶ່ງຄື ຜູ້ທີ່ເປັນຄົນທີ່ເກັ່ງອີລີຈຶ່ງລ້ຽງແລະ ສັ່ງສອນພວກເຮົາ 3ຄົນຈົນໃຫ່ຍມາໄດ້ຂະໜາດນີ້
ເພີ່ນບອກວ່າ “ສິ່ງທີ່ພໍ່ຫວັງທີ່ສຸດຄື ລູກບໍ່ຈຳເປັນຕ້ອງເປັນຄົນທີ່ລວຍລົ້ນຟ້າກະໄດ້ ສີ່ງທີ່ພໍ່ຫວັງ ຄື ຂໍໃຫ້ລູກເປັນຄົນດີ, ເປັນພົນລະເມືອງທີ່ດີຂອງຊາດ ແລະ ສັງຄົມ ບໍ່ຕ້ອງເດືອດຮ້ອນໃຜ ແລະ ກຸ້ມຕົນເອງໄດ້ກະພໍແລ້ວ ພໍ່ຫວັງສຳນີ້”

ຂອບໃຈຜູ້ຊາຍຄົນນີ້ ທີ່ສອນໃຫ້ ຈັບຈົກຈັບຊວນ,ໃຊ້ຊິວິດ ລຽບງ່າຍ ຢູ່ຕິດດິນ ຢູ່ກັບທັມມະຊາດ ຮູ້ເຖິງສິງສຳຄັນຂອງສິ່ງທີມີຄວາມໝັ້ນຄົງກວ່າສິ່ງສິງພາຍນອກ
ພີ່ນ້ອງຜູກພັນ, ອ້າຍນ້ອງຮັກໄຄ, ຍາມທຸກຍາກຊ່ວຍກັນ ຍາມສຸກຮ່ວມກັນແບ່ງປັນ
ພວກລູກກະບໍ່ຮູ້ວ່າ ຊີວິດຂ້າງໜ້າລູກຈະເປັນແນວໃດ ແຕ່ຕະຫຼອດຊີວິດນີ້ ລູກຈະບໍ່ມີວັນລືມຄຳສອນຂອງຜູ້ຊາຍຜູ້ນີ້ເດັດຂາດ
ຕອນນີ້ ຜູ້ຊາຍຄົນນີ້ ເພີ່ນໄດ້ໄປສະຫວັນໄປໃນພົບພູມທີ່ດີກວ່ານີ້ແລ້ວ ໄປໃນບ່ອນທີ່ເຂົ້າບໍ່ໄດ້ຫາປາບໍ່ໄດ້ຊື້ແລ້ວ
ຜູ້ຊາຍຄົນນີ້ຄືຜູ້ທີ່ເປັນ ພໍ່ບັງເກີດກ້າວທີ່ແທ້ຈິງຂອງຂ້າພະເຈົ້າເອງ

.

ມີ ສອງຢ່າງ ທີ່ເປັນຄວາມເຈັບປວດທີ່ສຸດໃນຊີວິດຂອງລູກຄື 1 ຄື ພໍ່ 2 ຄື ແມ່
ຊາດນີ້ລູກຄົນນີ້ຄົງຈະບໍ່ມີບຸນວາດສະຫນາທີ່ຈະໄດ້ຕອບບຸນແທນຄຸນອັນໃຫ່ຍຫລວງຂອງພະຜູ້ເປັນພໍ່ແລ້ວ ແຕ່ລູກຊາຍຄົນນີ້ຈະຂໍສັນຍາວ່າຈະເປັນຄົນດີຂອງພໍ່ແມ່ກໍຄືຂອງສັງຄົມ,ຈະປະຕິບັດຕາມຄຳສອນແລະພາລະກິດສຶບຕໍ່ພໍ່ໃຫ້ສຳເລັດ ລູກສັນຍາ!
ຂໍໃຫ້ພໍ່ພັກຜ່ອນແລະໄປສູ່ສຸຂະຕິໂດຍຫມົດຫ່ວງດ້ວຍເຖີນ ສາ