ສັງຄົມສົງໄສ ຊັບສິນ ທ້າວ ຄຳແພງ ຫຼັງຖືກຈັບ ບໍ່ຕົງປົກຄືກັນກັບທີ່ໃສ່ຜ່ານມາ

0
480

ສັງຄົມສົງໄສ ຊັບສິນ ທ້າວ ຄຳແພງ ຫຼັງຖືກຈັບ ບໍ່ຕົງປົກຄືກັນກັບທີ່ໃສ່ຜ່ານມາ

ພາຍຫຼັງເຈົ້າໜ້າທີ່ທະຫານ ໄດ້ຈັບຕົວ ທ້າວ ຄຳແພງ ໃນວັນທີ 31 ທັນວາ 2021, ເຊິ່ງຜູ້ກ່ຽວແອບອ້າງເປັນທະຫານ ກ່າວຫາສໍ້ໂກງເງິນ ເກືອບ 600 ລ້ານກີບ, ແຕ່ສັງຄົມ ໂດຍສະເພາະທາງໂຊຊຽວ ໄດ້ຕັ້ງຂໍ້ສົງໄສໃນຕົວຂອງທ້າວ ຄຳແພງ ກ່ຽວກັບຊັບສິນທີ່ມີຄ່າ ໂດຍສະເພາະແມ່ນ ສາຍຄໍ, ສາຍແຂນ ແລະ ແຫວນ ຖ້າເປັນຄຳຂອງແທ້ ກໍອາດມີຫຼາຍບາດ.

ແຕ່ສັງຄົມສັງເກດເຫັນໃນຮູບພາບຕອນຜູ້ກ່ຽວຖືກຈັບນັ້ນ ວັດຖຸທີ່ມີຄ່າບໍ່ກົງກັບທີ່ຜູ້ກ່ຽວໃສ່, ໂດຍສັງເກດເຫັນສີຈືດຈາງ, ລາຍຂອງສາຍແຂນ ແລະ ອາດເປັນຂອງປອມ
ສັງຄົມ ຍັງສັງເກດຕໍ່ໄປວ່າ ຜູ້ກ່ຽວອາດອຳພາງຊັບສິນທີ່ມີຄ່າກໍເປັນໄປໄດ້, ກ່ອນຈັບໂຕໄດ້ເຈົ້າໜ້າທີ່ກໍໄດ້ໃຊ້ເວລາພໍສົມຄວນ,

ຈຶ່ງອາດເປັນໄປໄດ້ ທີ່ຜູ້ກ່ຽວ ໄປຊື້ຂອງປອມມາແທນຂອງແທ້ ” ພຽງຂໍ້ສົງໄສ “

ຢ່າງໃດກໍຕາມ, ເຈົ້າໜ້າທີ່ກ່ຽວຂ້ອງກໍມີຫຼັກການວິຊາສະເພາະໃນການສືບສວນ-ສອບສວນ ແລະ ເຊື່ອແນ່ວ່າຈະໄຂຂໍ້ສົງໄສຂອງສັງຄົມໄດ້.