ທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປືຜູ້ຊີ້ນຳວຽກງານເສດຖະກິດ ພ້ອມຄະນະ ລົງຕິດຕາມແລະ ຊຸກຍູ້ການເກັບກູ້ທ້ອນໂຮມໄມ້ຢືນຕາຍ ແລະ ຈົມນ້ຳ ໃນອ່າງເກັບນ້ຳເຊກະໝານ I ເມືອງຊານໄຊ ແຂວງອັດຕະປື ໃນວັນທີ 24 ທັນວາ 2021 ໂດຍມີທ່ານ ຄຳຫວັນ ຈັນທະໂຄດ ຄະນະປະຈຳພັກແຂວງ ປະທານກວດກາພັກ – ລັດແຂວງ ແລະ ພະແນກການທີ່ກ່ຽວຂ້ອງຮ່ວມຕິດຕາມ.
ທ່ານ ບຸນລິດ ສີຫາລາດ ວິຊາການຂະແໜງປ່າໄມ້ຄະນະຮັບຜິດຊອບວິຊາການຄຸ້ມຄອງສະໜາມ I ແລະ ສະໜາມ II ທີ່ຕິດຕາມກອງກົນຈັກຂຸດຄົ້ນໄມ້ຢືນຕາຍ ລາຍງານສະພາບການຂຸດຄົ້ນ ເກັບກູ້ທ້ອນໂຮມໄມ້ຢືນຕາຍ ແລະ ຈົມນ້ຳ ໃນອ່າງເກັບນ້ຳເຊກະໝານ I ຕໍ່ຄະນະປະຈຳພັກແຂວງ ທີ່ລົງຕິດຕາມ ແລະ ຊຸກຍູ້ວ່າ: ເຈົ້າແຂວງອັດຕະປື ໃດ້ອອກຂໍ້ຕົກລົງຂຸດຄົ້ນໄມ້ ເກັບກູ້ທ້ອນໂຮມໄມ້ຢືນຕາຍ ແລະ ຈົມນ້ຳໃນເຂດນ້ຳຖ້ວມຂອບເຂດອ່າງເກັບນ້ຳຂອງເຂື່ອນໄຟຟ້າເຊກະໝານ I ເມືອງຊານໄຊ ແຂວງອັດຕະປື ແມ່ນ ໃດ້ເລີ່ມລົງມືຈັດຕັ້ງປະຕິບັດການຂຸດຄົ້ນແຕ່ວັນທີ 26 ພະຈິກ 2021 ອີງຕາມການສຳຫຼວດ ແລະ ໃດ້ຮັບອະນຸດຍາດຂຸດຄົ້ນຮອດ ປີ2025 ແມ່ນ 200.000 ແມັດກ້ອນ ໃນເນື້ອທີ່ 14.161,72 ເຮັກຕາ.
ໂດຍແມ່ນ 2 ບໍລິສັດໃດ້ຮັບອະນຸຍາດຂຸດຄົ້ນຄື: ບໍລິສັດແມ່ຂອງລາວເຕັກນິກກະສິກຳ ແລະ ການຄ້າລາວຈຳກັດຈຳນວນ 100.000 ແມັດກ້ອນ ແລະ ບໍລິສັດອິນເຕີກໍ່ສ້າງຂົວທາງ ຊົນລະປະທານ ແລະ ການຄ້າຂາອອກ – ຂາເຂົ້າຄົບວົງຈອນຈຳກັດ ຈຳນວນ 100.000 ແມັດກ້ອນ, ປະຈຸບັນ ທັງສອງບໍລິສັດກຳລັງເລັ່ງມືໃນການຂຸດຄົ້ນໂດຍໃຊ້ເຮືອບັກຕັດໄມ້ 5 ລຳ, ເຄື່ອງຈັກຕັດໄມ້ໄຮໂດຣິກ 5 ເຄື່ອງ,ຈັກສະຕິນ 5 ເຄື່ອງ,ຖັງບອງໄມ້ 234 ຖັງ, ເຮືອນ້ອຍ 5 ລຳ ແລະ ກຳມະກອນ 14 ແຮງງານ ຮອດປະຈຸບັນສາມາດຂຸດຄົ້ນຂື້ນມາໃດ້ 282 ທ່ອນ ເທົ່າກັບ 230 ແມັດກ້ອນ.
ເປັນໄມ້ທີ່ນອນຢູໃນບັນຊີ I, II, III. ທ່ານທ່ານ ທະນູໄຊ ບັນຊາລິດ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງອັດຕະປືຜູ້ຊີ້ນຳວຽກງານເສດຖະກິດ ແນະນຳໃຫ້ຂຸ້ນຂ້ຽວຂຸດຄົ້ນໃຫ້ໃວສິ່ງສຳຄັນແມ່ນຕ້ອງເອົາໃຈໃສ່ເລື່ອງຄວາມປອດໄພຂອງກຳມະກອນໃນການມຸດນ້ຳລົງໄປຂຸດຄົ້ນ.
ຈາກນັ້ນທ່ານ ແລະ ຄະນະກໍ່ໃດ້ລົງເຮືອໄປເບີ່ງການຂຸດຄົ້ນໄມ້ຢືນຕາຍ ແລະ ຈົມນ້ຳຕົວຈິງ ເຊິ່ງເຫັນໃດ້ວ່າການຂຸດຄົ້ນກໍ່ພົບກັບບັນຫາຄວາມຫຍຸ້ງຍາກພໍສົມຄວນເນື່ອງຈາກວ່າ ສະພາບອາກາດມີການປ່ຽນແປງຕະຫຼອດເວລາ.