ກົດໄລ້ ກົດແຊຣ໌ ດວງລາຍວັນ 10 ມັງກອນ ດວງການງານ ດວງການເງິນ ແລະ ດວງຄວາມຮັກ

0
490

ວັນຈັນ:ການງານ ກຳລັງກໍ່ການປ່ຽນແປງໃນລະບົບການງານ ແລະ ຄວາມຄິດການລົງທຶນໃນຮູບແບບໃໝ່ ສຶກສາຄວາມເປັນໄປໄດ້ໃນການຂະຫຍາຍທຸນກິດຈະການງານ ການເງິນ ສະພາບຄ່ອງໃນເລື່ອງຂອງການເງິນໃນຊ່ວງນີ້ຍັງຢູ່ໃນເກນທີ່ຊົງຕົວ ແລະສາມາດທີ່ຈະເຮັດໃຫ້ຕົນເອງນັ້ນສາມາດພໍທີ່ຈະສ້າງສົມດຸນໃນເລື່ອງຂອງລາຍຮັບລາຍຈ່າຍໄດ້ດີ ຄວາມຮັກ ພົບຄົົນທີ່ມີນິໄສຄືກັນກໍເປັນໄປໄດ້ ທຸລະກິດຈະການງານຈະເຮັດໃຫ້ພົບກັນແບບບໍ່ທັນຕັ້ງໂຕ

ວັນຄານ:ການງານ ທຸລະກິດໃນເລື່ອງຂອງການສື່ສານ ທຸລະກິດທີ່ກ່ຽວຂ້ອງກັບແຟຊັ່ນແລະຄວາມສວຍງາມ ການລົງທຶນທຸລະກິດຕ່າງໆ ໃນຊ່ວງນີ້ເຮັດໃຫ້ໄດ້ຮັບຜົນກຳໄລທີ່ດີຫລາຍ ການເງິນພົບເລື່ອງບໍ່ຄາດຝັນກ່ຽວກັບເລື່ອງຂອງລາຍຈ່າຍ ຈະພົບຂອງແຕກຫັກເສຍຫາຍທີ່ຈະຕ້ອງນຳເງິນໄປຊ່ອມແຊມຫລືຊື້ຂອງໃໝ່ເຂົ້າມາທົດແທນ ຄວາມຮັກ ຈະພົບໃຜບາງຄົົນທີ່ເຮັດໃຫ້ເກີດຄວາມເລິກລຶກໃນຄວາມຮູ້ສຶກດ້ານຈິດໃຈ ມີຄວາມສຸກສົມຫວັງດ້ານຄວາມຮັກແລະຄວາມສຸກ

ວັນພຸດ:ການງານ ລົງທຶນທາງດ້ານທຸລະກິດກໍຈະຍິ່ງໄດ້ຮັບຜົນກຳໄລທີ່ດີຂຶ້ນ ການເງິນ ຫາກຂໍເຄຣດິດກັບທະນາຄານຈະໄດ້ຮັບການອະນຸມັດ ຫລືຈະໄດ້ເງິນກ້ອນໃຫຍ່ເຂົ້າມາໃນຊ່ວງນີ້ ຄວາມຮັກ ຫາກເດິນທາງທ່ອງທ່ຽວກໍມີໂອກາດຈະພົບໃຜທີ່ຈະເຮັດໃຫ້ຕື່ນຕາຕ້ອງໃຈພົບຮັກກໍເປັນໄປໄດ້

ວັນພະຫັດ:ການງານ ຖ້າຢາກເກີດຄວາມສຳເລັດຈະຕ້ອງຕັ້ງໃຈສ້າງຜົນງານດ້ວຍຄວາມກ້າທີ່ຈະສ່ຽງໃນການເລີ່ມທຸລະກິດທີ່ບໍ່ຮູ້ຈັກແລ້ວຈະໄດ້ຮັບປະສົບການໃໝ່ໆ ກັບຄວາມກ້າວໜ້າຂອງຊີວິດ ການເງິນ ຊ່ວງນີ້ຫາກມີການເດີນທາງໃກ້ຫລືໄກລຈະມີໂຊກ ຈະໄດ້ເງິນດວງດີຫລາຍໆ ຈະລ້ຳລວຍ ຄວາມຮັກ ຈະພົບຄົົນທີ່ມີອາຍຸຕ່າງກັນ ກ່ຽວຂ້ອງກັບວຽກງານທີ່ຈະນຳພາມາໃຫ້ພົບກັນ ສຸກສົມຫວັງລົງຕົວດ້ານຄວາມຮັກ

ວັນສຸກ:ການງານ ຢາກຈະປ່ຽນແປງຊີວິດໃຫ້ກ້າວໜ້າ ແຕ່ກໍຍັງບໍ່ແມ່ນຈັງຫວະທີ່ດີ ແຕ່ກໍບໍ່ຫຼຸດຄວາມພະຍາຍາມ ເພາະມີທີ່ປຶກສາທີ່ດີຈະເຮັດໃຫ້ຕົນເອງນັ້ນປະສົບຄວາມສຳເລັດໄດ້ຖ້າກ້າໄດ້ກ້າເສຍຫລາຍຂຶ້ນ ການເງິນ ລະວັງຈະເຂົ້າສູ່ສະພາວະຕິດລົບໃນເລື່ອງຂອງຄ່າໃຊ້ຈ່າຍແລະໃຊ້ຄວາມປະຢັດຫລາຍໆ ໃນການດຳລົງຊີວິດການໃຊ້ເງິນ ຄວາມຮັກ ພົບຮັກແນ່ນອນໃນມື້ນີ້ ມີໂອກາດສົມຫວັງດ້ານຄວາມຮັກ ຫລືມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈ

ວັນເສົາ:ການງານໄດ້ເປີດຕົວສູ່ສັງຄົມຫລາຍຂຶ້ນເປັນທີ່ຮູ້ຈັກ ແລະ ຄົນອາຍຸນ້ອຍຈະມີສ່ວນຊ່ວຍໃນການເຮັດທຸລະກິດຈະການງານແລະຊ່ວຍວາງແຜນການວາງແຜນກົນລະຍຸດທາງດ້ານທຸລະກິດ ການເງິນ ຈະພ​ົບວ່າຕົນເອງນັ້ນມີຖານະປ່ຽນແປງດີຂຶ້ນເປັນຢ່າງຫລາຍ ແລະຈະໂຊກດີທີ່ຈະພົບກັນຍານມິດ ຫລືຄູ່ຮັກທີ່ຈະມາຊ່ວຍເຫລືອອຸປະຖຳທາງດ້ານການເງິນ ຄວາມຮັກ ຊ່ວງນີ້ຕ້ອງເຮັດໃຈເພາະວ່າຈະມີຄົນເຂົ້າມາໃຫ້ເລືອກ ຫລາຍກວ່າ1ຄົນ ເພາະຕົນເອງນັ້ນມີສະເໜ່ຫລາຍໆ

ວັນອາທິດ:ການງານ ເພີ່ມຍອດຂາຍ ເກີດຄວາມສຳເລັດທາງດ້ານທຸລະກິດ ມີແວວເຫັນຄວາມຈະເລີນຮຸ່ງເຮືອງດີຂຶ້ນໃນຊ່ວງນີ້ ມີຕົວເລກຂອງຜົນກຳໄລເພີ່ມຂຶ້ນໃຫ້ໄດ້ເຫັນ ການເງິນໃຊ້ຄວາມພະຍາຍາມຢ່າງຫລາຍໃນເລື່ອງຂອງການສ້າງວິທີການຫາເງິນໃນຮູບແບບໃໝ່ຈາກທຸລະກິດຈະການຄ້າ ແຟຊັ່ນຄວາມສວຍງາມ ຫລືທຸລະກິດກ່ຽວຂ້ອງກັບອາຫານ ເຄື່ອງປະດັບ ຄວາມຮັກ ຫາກໃຊ້ອາລົມ ແລະ ຄວາມໃຈຮ້ອນຈົນເກີນໄປຈະພົບສະຖານະການທີ່ເກີດຄວາມແຕກແຍກຂັດແຍ້ງ ແລະ ອາດເລີກລາ