ຈາກເພກ ຄຳພູວົງ ໂພສ ນຳເຄັດ(ບໍ່)ລັບ ມາຝາກ ສວມໃສ່ແຫວນກົງກັບມື້ວັນເກີດ ເສີມດວງໃຫ້ປັງ
1 ຄົນທີ່ເກີດວັນຈັນເປັນຄົນອ່ອນໄຫວງ່າຍ ມີວິນຕະນາການສູງ ມັກຊ່ວຍເຫຼືອຜູ້ອື່ນ ແຕ່ກໍ່ຄຽດງ່າຍດີໄວ ຖ້າໃສ່ແຫວນຖືກຕາມຫຼັກກໍ່ຈະຊ່ວຍເສີມພະລັງງານດ້ານການສື່ສານ ແລະ ການເຈລະຈາໃຫ້ມີຄວາມໂດດເດັ່ນເປັນທີ່ຫນ້າສົນໃຈ ແລະ ຍັງຊ່ວຍຄວບຄຸມອາລົ້ມໃຫ້ມີຄວາມສະຫງົບບໍ່ອ່ອນໄຫວຈົນເກີນໄປອີກດ້ວຍ
ນິ້ວທີ່ຄວນໃສ່ແຫວນ ນິ້ວກາງ, ນິ້ວນາງ, ນິ້ວກ້ອຍ
2 ຄົນທີ່ເກີດວັນອັງຄານເປັນຄົນທີ່ມີຄວາມເຂັ້ມແຂງ ຕົງໄປຕົງມາ ມີຄວາມຮັບຜິດຊອບສູງ ແລະ ຄ່ອນຂ້າງທີ່ຈະເປັນຜູ້ໃຫຍ່ເກີນໂຕ ຖ້າໃສ່ແຫວນຖືກຕາມຫຼັກ ຈະຊ່ວຍເສີມດວງເຮັດໃຫ້ທ່ານ ມີຄວາມກ້າວຫນ້າໃນຫນ້າທີ່ການງານ ແລະ ຊ່ວຍເພີ່ມພະລັງງານບວກ ດ້ານຄວາມອ່ອນຫວານ ເພື່ອບໍ່ໃຫ້ທ່ານມີຄວາມແຂງກະດ້າງຈົນເກີນໄປນັ້ນເອງ
ນິ້ວທີ່ຄວນໃສ່ແຫວນ ນິ້ວກາງ, ນິ້ວນາງ, ນິ້ວຊີ້
3 ຄົນເກີດວັນພຸດເປັນຄົນທີ່ມີສະຕິປັນຍາດີ ຮອບຮູ້ ແລະ ມີຈິດໃຈທີ່ອ່ອນໂຍນ ໃສໃຈຄວາມຮູ້ສຶກຂອງຜູ່ອື່ນຢູ່ສະເຫມີ ແຕ່ກໍ່ມີວາວາສຽບຂາດຢ່າງຄຸ້ມກິນຫາກໃສ່ແຫວນຖືກຕ້ອງຕາມຫຼັກ ກໍ່ຈະຊ່ວຍເສີມດວງເລື່ອງ ຄວາມຫມັ້ນຄົງໃນຫນ້າທີ່ການງານ ລວມໄປເຖິງຄວາມຫມັ້ນຄົງທາງດ້ານຈິດໃຈ ຊ່ວຍໃຫ້ທ່ານມີຄວາມກ້າຕັດສິນໃຈຢ່າງສຽບແຫຼມ ແລະ ມີຄວາມເປັນຜູ້ນໍາຍິ່ງຂຶ້ນ
ນິ້ວທີ່ຄວນໃສ່ແຫວນ ນິ້ວຊີ້, ນິ້ວກາງ, ນິ້ວນາງ
4 ຄົນທີ່ເກີດວັນພະຫັດ ຈະມີລັກສະນະນິໄສທີ່ຊື່ສັດ ມີຄວາມອົດທົນສູງ ລະອຽດຮອບຄອບ ແລະ ນັກສຶກສາຫາຄວາມຮູ້ເປັນປະຈໍາ ຖ້າໃສ່ແຫວນຖືກຕາມຫຼັກ ກໍ່ຈະຊ່ວຍເສີມດວງກ່ຽວກັບການເງິນ ແລະ ຄວາມລໍ້າລວຍໄດ້ໂດຍກົງ
ນິ້ວທີ່ຄວນໃສ່ແຫວນ ນິ້ວຊີ້, ນິ້ວກາງ, ນິ້ວນາງ
5 ຄົນເກີດວັນສຸກເປັນຄົນທີ່ເບິ່ງໂລກໃນແງ່ດີ ມີຄວາມຄິດສ້າງສັນ ມັກຄວາມສະດວກສະບາຍ ແລະ ຮັກສວຍຮັກງາມ ຖ້າໃສ່ແຫວນຖືກຕາມຫຼັກ ກໍ່ຈະຊ່ວຍເສີມດວງເລື່ອງຄວາມໂຊກດີທີ່ກ່ຽວກັບ ຄວາມຄິດສ້າງສັນ ຄິດຈະເຮັດສິ່ງໃດກໍ່ສໍາເລັດມີຄົນຊື່ນຊົມໃນຜົນງານ
ນິ້ວທີ່ຄວນໃສ່ແຫວນ ໃສ່ນິ້ວໄດກໍໄດ້ຕາມຕ້ອງການ
6 ຄົນເກີດວັນເສົ້າຈະເປັນຄົນທີ່ມີຄວາມຫມັ້ນໃຈໃນຕົນເອງສູງ ສະຫຼາດ ຫົວໄວ ເຕັມໄປດ້ວຍຄວາມສາມາດຖ້າໃສ່ແຫວນຖືກຕາມຫຼັກ ກໍ່ຈະຊ່ວຍເສີມດວງເລື່ອງຕໍາແຫນ່ງການງານ ແລະ ຊັບສິນເງິນທອງ ຊ່ວຍເສີມທັກສະດ້ານການສືສານທີ່ຊັດເຈນ ແລະ ຖືກຕ້ອງຍິງຂຶ້ນ.
ນິ້ວທີ່ຄວນໃສ່ແຫວນ ນິ້ວໂປ້, ນິ້ວຊີ້, ນິ້ວກາງ, ນິ້ວນາງ
7 ຄົນເກີດວັນອາທິດເປັນຄົນທີ່ມີຄວາມເປັນຜູ້ນໍາສູງ ຮັກອິດສະລະ ແລະ ມີອຸດົມຄະຕິ ປັນຍາດີມີຄຸນນະທໍາປະຈໍາໃຈທີ່ຫນັກແຫນ້ນ ຫາກໃສ່ແຫວນຖືກຕາມຫຼັກນີ້ກໍຈະຍິງຊ່ວຍເສີມ ຫຼື ປຸກພະລັງອໍານາດ ແລະ ບາລະມີ ແລະ ຊ່ວຍເສີມພະລັງງານດ້ານບວກເກີດເປັນຄວາມໂຊກດີມີຄວາມລໍ້າລວຍຕາມມາ ນິ້ວທີ່ຄວນໃສ່ແຫວນ ນິ້ວນາງ, ນິ້ວກາງ
ຈາກ: ຮ້ານຄໍາພູວົງ PHOUVONG JEWELRY